loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກະຖິນກາຍ ກະຖິນໃຈ

​ພ.ຈ. 15, 2022 | SlideMobile, ສ້າງສັນສັງຄົມ

ດັ້ນກີບເມກ
​ ໄລຍະບຸນກະຖິນ ຍັງສືບຕໍ່ກວ່າຈະໝົດເຂດຂອງບຸນກະຖິນຮອດເດືອນ 12 ເພັງ ເຊິ່ງເລີ່ມມາແຕ່ເດືອນ 11 ແຮມ 1 ຄໍ່າ, ບຸນກະຖິນ ຖືເປັນບຸນຕາມລະດູການ ເວລາຂອງພຸດທະສາສະໜາ, ຖ້າບຸກຄົນໃດມີສັດທາຖວາຍບຸນກະຖິນກ່ອນກຳນົດ ຫຼື ຫຼັງກໍານົດຕາມເວລາ ເວົ້າໄວ້ຂ້າງເທິງນັ້ນ ຈະບໍ່ເອີ້ນວ່າບຸນກະຖິນ ເຊິ່ງອາດຈະປ່ຽນເອີ້ນວ່າ ຜ້າປ່າ ແຕ່ບາງບ່ອນກໍເຮັດເອີ້ນວ່າກະຖິນແລ່ນ…
​ ເລື່ອງການເຮັດບຸນສິນກິນທານນັ້ນ ສໍາຄັນຫຼາຍ ສໍາລັບຊາວຍພຸດລາວ ເພາະທໍາມະຊາດຂອງມະນຸດຢາກໄດ້ບຸນ ແຕ່ກໍປາກົດມີບາງຄົນຢາກໄດ້ແຕ້ໜ້າ ເຂົ້າທໍານອງເຮັດບຸນເອົາໜ້າສັດທາຫົວເຕົ່າ, ຜູ້ຂຽນຂໍຝາກໄວ້ຕື່ມວ່າ ປັດໄຈຈະເອົາໄປທານໃຫ້ໄດ້ບຸນແທ້ຂອງທານນັ້ນຕ້ອງໄດ້ມາດ້ວຍຄວາມບໍລິສຸດ, ເຈຕະນາບໍລິສຸດຖວາຍທານແກ່ຜູ້ມີສິນບໍລິສຸດບຸນຈະເກີດຂຶ້ນເຕັມເມັດເຕັມໜ່ວຍບໍລິບູນດີ, ການເຮັດບຸນ ຄືການເຮັດຄວາມດີເຊັ່ນ: ທານາໄມ ຄືບຸນເກີດຈາກການໃຫ້ທານ ແລະ ສີລາໄມ ບຸນເກີດຈາກການຮັກສາສິນ ຖ້າວ່າຜູ້ໄປເຮັດບຸນ ກັບມາເຮືອນ ຍັງປ້ອຍດ່າ ບໍ່ຮັກສາສິນ ກິນເຫຼົ້າເມົາສຸລາ, ຫຼີ້ນການພະນັນ ກໍຖືວ່າເປັນຜູ້ບໍ່ຮັກສາສິນ ເປັນຄົນຂາດລະບຽບວິໄນ ບາງຄົນກໍຍັງຢູ່ໃນກະແສຫຼົງ ຫຼື ເຫີ່ຫຼາຍກວ່າ ຄືບໍ່ໄດ້ຕັ້ງໃຈຕັ້ງຄວາມຄິດຢາກສຶກສາໃຫ້ເຂົ້າໃຈແທ້ວ່າ: ເຮັດບຸນໃຫ້ໄດ້ບຸນເປັນແນວໃດ? ເພາະມີພຽງແຕ່ແລ່ນຕາມກັນໄປເອົາບຸນເປັນພຽງແຕ່ພິທີກໍາ, ພຸດທະສາສະໜາ ບໍ່ໄດ້ສອນໃຫ້ປະຊາຊົນເກີດສັດທາ ຄືຄວາມເຊື່ອຢ່າງດຽວ ແຕ່ສອນປັນຍານໍາຕາມກັນມາຄູ່ກັນໄປ…!
​ ສັງລວມວ່າ: ເມື່ອເຮົາເຂົ້າວັດເຮັດບຸນກ່າວຮັບເອົາສິນ 5 ຂໍ້ ກໍຄວນປະຕິບັດໃຫ້ໄດ້ ບໍ່ແມ່ນເຂົ້າວັດເຮັດບຸນພຽງແຕ່ໃຫ້ສະບາຍໃຈ, ໃຫ້ມ່ວນແລ້ວພິທີລ້າໆ ຖ້າເປັນແນວນັ້ນ ຊາວພຸດກໍມີພຽງແຕ່ສັດທາທີ່ຂາດປັນຍາ ບໍ່ເຂົ້າໃຈແທ້ໃນຫຼັກຄໍາສອນ, ຜູ້ເທດກໍຄວນເນັ້ນປັນຍາແນ່!