ກະຊວງ ປກສ ສະເໜີປັບປຸງກົດໝາຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ຕ.ລ. 15, 2026

(ສພຊ) – ທ່ານ ພົທ. ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ສະເໜີເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຕໍ່ກອງປະຊຸມສະໄໝສາມັນເທື່ອ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ໃນວັນທີ 13 ຕຸລານີ້ ເຊິ່ງທ່ານໃຫ້ຮູ້ວ່າ: ກະຊວງປ້ອງກັນຄວາມສະຫງົບ ໄດ້ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ໃນຂອບເຂດທົ່ວກໍາລັງ ປກສ ເຫັນວ່າຫຼາຍກົມກອງໄດ້ມີຄໍາເຫັນໃຫ້ປັບປຸງບາງພາກ, ໝວດ, ມາດຕາ ທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ແລະ ກຳນົດຕື່ມບາງບັນຫາທີ່ຍັງບໍ່ໄດ້ກຳນົດໄວ້ໃນກົດໝາຍ; ຫຼັງຈາກນັ້ນ, ຈຶ່ງໄດ້ລາຍງານຜົນການປະເມີນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສພຊ ຊຸດທີ IX ແລະ ສະພາແຫ່ງຊາດ ກໍໄດ້ອອກມະຕິຮັບຮອງເອົາຜົນຂອງການປະເມີນດັ່ງກ່າວ ຄັ້ງວັນທີ 21 ພະຈິກ 2023 ວ່າດ້ວຍການຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຕົ້ນ ການກໍານົດເນື້ອໃນບາງບັນຫາຂອງກົດໝາຍ ຍັງບໍ່ຈະແຈ້ງ, ຮັດກຸມ, ຄົບຖ້ວນ, ມີບາງບັນຫາຍັງບໍ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ຍ້ອນການກຳນົດເນື້ອໃນບາງດ້ານບໍ່ທັນມີລັກສະນະຊຸກຍູ້, ສົ່ງເສີມໃຫ້ນາຍ ແລະ ພົນຕຳຫຼວດ ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ ເຊັ່ນ: ອາຍຸກະສຽນປະດັບຊັ້ນ, ເລື່ອນຊັ້ນ, ປະດັບທຽບຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍ ແລະ ພົນຕຳຫຼວດແຕ່ລະຂັ້ນ; ການປະດັບຊັ້ນ ແລະ ປະດັບທຽບຊັ້ນ; ເງື່ອນໄຂການເລື່ອນຊັ້ນ; ການກຳນົດຊັ້ນໃສ່ຕຳແໜ່ງບັນຊາ; ອາຍຸກະສຽນຮັບບຳນານ; ການຍົກຂັ້ນເງິນເດືອນ; ການເສຍອົງຄະ; ລະບົບການນໍາພາບັນຊາ ແລະ ອື່ນໆ ເຫັນວ່າຍັງບໍ່ທັນສອດຄ່ອງກັບສະພາບການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງ ປກສ ໃນປັດຈຸບັນ ເນື່ອງຈາກລັດຖະທຳມະນູນ ແລະ ກົດໝາຍກ່ຽວຂ້ອງຈໍານວນໜຶ່ງ ທີ່ຕິດພັນກັບກໍາລັງ ປກສ ກໍໄດ້ມີການປັບປຸງທາງດ້ານການຈັດຕັ້ງ, ວຽກງານວິຊາສະເພາະ ລວມທັງການຈັດຕັ້ງຂອງຂະແໜງການມີການປັບປຸງ ເປັນຕົ້ນ ມີການໂຮມບາງວຽກງານຂອງຂະແໜງການ ແລະ ການສ້າງຕັ້ງຕາແສງ ບວກກັບສະພາບເສດຖະກິດ-ສັງຄົມມີການຂະຫຍາຍຕົວ.
ທ່ານໃຫ້ຮູ້ຕື່ມວ່າ: ຫາກກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ, ຄາດຄະເນຜົນໄດ້ຮັບດັ່ງນີ້:
1) ເປັນການປັບປຸງແບບແຜນວິທີເຮັດວຽກຂອງກົມກອງເຫຼົ່າວິຊາສະເພາະ, ນາຍ ແລະ ພົນຕຳຫຼວດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີວິໄນເຂັ້ມງວດ, ມີຈັນຍາບັນ-ຈັນຍາທຳ, ມີແບບແຜນໃນການຊີ້ນໍາ, ບັນຊາ, ຄຸ້ມຄອງ, ຕິດຕາມກວດກາການເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ວຽກງານວິຊາສະເພາະຂອງກໍາລັງ ປກສ ໃຫ້ຫັນເຂົ້າສູ່ກົດໝາຍ ແລະ ລະບຽບການ;
2) ເປັນບ່ອນອີງໃຫ້ບັນດາກະຊວງ, ອົງການຈັດຕັ້ງຕ່າງໆ ແລະ ອົງການປົກຄອງທ້ອງຖິ່ນ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ນາຍ ແລະ ພົນຕຳຫຼວດ ເຮັດໜ້າທີ່ຊ່ວຍເຫຼືອເບິ່ງແຍງທາງດ້ານວັດຖຸຈິດໃຈ ແລະ ຊີວິດການເປັນຢູ່ຂອງນາຍ ແລະ ພົນຕຳຫຼວດ ແລະ ຄອບຄົວ ໃຫ້ດີຂຶ້ນກວ່າເກົ່າ;
3) ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງກໍາລັງ ປກສ ເພື່ອຮັບປະກັນການປົກປັກຮັກສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເຮັດໃຫ້ປະເທດຊາດມີສະຖຽນລະພາບຄວາມໝັ້ນຄົງ;
4) ຮັບປະກັນການເຄື່ອນໄຫວ, ປົກປ້ອງ, ຄຸ້ມຄອງກຳລັງໃນຂະແໜງການ ປກສ ຂອບເຂດທົ່ວປະເທດ ໄປຕາມທິດປົກຄອງລັດດ້ວຍກົດໝາຍ.