







ຈາກນັ້ນກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມມີຄໍາຄິດຄຳເຫັນ; ສົນທະນາແລກປ່ຽນ ຕໍ່ກັບບັນດາເນື້ອໃນຕ່າງໆ ທີ່ນໍາເຂົ້າຜ່ານໃນກອງປະຊຸມຄັ້ງນີ້ ເພື່ອເຮັດໃຫ້ການປະກອບຄຳຄິດເຫັນໃນກອງປະຊຸມສະໄໝສາມັນແຕ່ລະຄັ້ງ, ການມີຄໍາຄິດໃນເວລາລົງພົບປະປະຊາຊົນແຕ່ລະຄັ້ງ ຂອງສະມາຊິກສະພາປະຊາຊົນແຂວງ ໃຫ້ຖືກຕ້ອງສອດຄອງກັບສະພາບຄວາມເປັນຈິງ, ຖືກຕາມຫລັກການ ແລະ ບະບຽບການ, ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສສຂ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປເຖິງວັນພະຫັດທີ 18 ມີນາ 2022 ຈຶ່ງຈະສໍາເລັດ.

