(ສພຊ) – ຕອນບ່າຍວັນທີ 21 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ເຊິ່ງທ່ານໃຫ້ຮູ້ວ່າ:
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນຂຶ້ນນັບແຕ່ວັນທີ 5-21 ຕຸລາ 2026 ໂດຍໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ເຊິ່ງໄດ້ອອກເປັນມະຕິ ຈຳນວນ 17 ສະບັບ ຄື:
1. ມະຕິຮັບຮອງເອົາການເລືອກຕັ້ງປະທານສະພາແຫ່ງຊາດ ດ້ວຍຄະແນນສຽງເປັນເອກະສັນ.
2. ມະຕິຮັບຮອງເອົາການເລືອກຕັ້ງ ນາຍົກລັດຖະມົນຕີ ດ້ວຍຄະແນນສຽງເປັນເອກະສັນ.
3. ມະຕິຮັບຮອງເອົາບົດລາຍງານຂອງລັດຖະບານ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ 2026 ແລະ ທິດທາງແຜນການປະຈຳປີ 2027 ດ້ວຍຄະແນນສຽງເຫັນດີ 99.39%.
4. ມະຕິຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈຳປີ 2027 ແລະ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2025 ດ້ວຍຄະແນນສຽງເຫັນດີ 96.91%.
5. ມະຕິຮັບຮອງເອົາບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ດ້ວຍຄະແນນສຽງເຫັນດີ 99.38%.
6. ມະຕິຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ດ້ວຍຄະແນນສຽງເຫັນດີ 98.78%.
7. ມະຕິຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ວ່າດ້ວຍການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ດ້ວຍຄະແນນສຽງເຫັນດີ 97.56%.
8. ມະຕິຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2027 ດ້ວຍຄະແນນສຽງເຫັນດີ 100%.
9. ມະຕິຮັບຮອງເອົາບົດລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ດ້ວຍຄະແນນສຽງເຫັນດີ 97.51%.
10. ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປົກປ້ອງເງິນຝາກ (ສ້າງໃໝ່) ດ້ວຍຄະແນນສຽງເຫັນດີ 96.31%.
11. ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ ດ້ວຍຄະແນນສຽງເຫັນດີ 98.17%.
12. ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ດ້ວຍຄະແນນສຽງເຫັນດີ 90.96%.
13. ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການຈະລາຈອນທາງບົກ ດ້ວຍຄະແນນສຽງເຫັນດີ 97.56%.
14. ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ດ້ວຍຄະແນນສຽງເຫັນດີ 97.51%.
15. ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ດ້ວຍຄະແນນສຽງເຫັນດີ 99.39%.
16. ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການບິນພົນລະເຮືອນ ດ້ວຍຄະແນນສຽງເຫັນດີ 97.56%.
17. ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍລັດຖະບານ ດ້ວຍຄະແນນສຽງເຫັນດີ 98.17%.
ກອງປະຊຸມ ສພຊ ຮັບຮອງ 17 ມະຕິ
