
ຕອນບ່າຍຂອງວັນສຸກທີ 17 ກໍລະກົດ 2026 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມ ວິສາມັນຂອງຄະນະປະຈໍາສະພາປະຊາຊົນແຂວງ ຂຶ້ນ, ໂດຍການເປັນປະທານຂອງທ່ານ ນ.ຄໍາໝັ້ນ ແກ້ວບຸນຫວນ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຜູ້ປະຈໍາການ, ເປັນກຽດເຂົ້າຮ່ວມມີທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າພະແນກການກ່ຽວຂ້ອງ, ຮອງປະທານຄະນະກໍາມະການ, ຄະນະຫ້ອງວ່າການແຂວງ ແລະ ວິຊາການຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ, ຄະນະຮັບຜິດຊອບໄດ້ຜ່ານໜັງສືສະເໜີຂອງປະທານຄະນະກໍາມະການປົກຄອງແຂວງ 2 ສະບັບ, ພ້ອມທັງສະເໜີຄວາມຈໍາເປັນ ແລະ ຈຸດປະສົງຕ່າງໆ ເພື່ອໃຫ້ບັນດາທ່ານໃນຄະນະປະຈໍາຄົ້ນຄວ້າພິຈາລະນາຮັບຮອງເອົາ ແລະ ທ່ານ ຄອນສີ ໄຊຍະມອນ ຄະນະປະຈໍາ, ປະທານຄະນະກໍາມະການເສດຖະກິດ ແລະ ການເງິນ, ໄດ້ລາຍງານການຄົ້ນຄວ້າໜັງສືສະເໜີຂອງປະທານຄະນະກໍາມະການປົກຄອງແຂວງ 2 ສະບັບ, ເປັນຕົ້ນແມ່ນ: ໜັງສືສະເໜີ ສະບັບເລກທີ 930/ຄປຂ, ລົງວັນທີ 10 ກໍລະກົດ 2026 ເລື່ອງ: ຂໍພິຈາລະນາອອກມະຕິຮັບຮອງການຫັນປ່ຽນປະເພດທີ່ດິນກະສິກໍາມາເປັນດິນປຸກສ້າງທີ່ຢູ່ອາໃສ ຢູ່ເມືອງໄຊ, ເມືອງຫຼາ, ເມືອງຮຸນ ແລະ ໜັງສືສະເໜີ ສະບັບເລກທີ 937/ຄປຂ, ລົງວັນທີ 10 ກໍລະກົດ 2026 ເລື່ອງ: ຂໍຈັດກອງປະຊຸມເພື່ອຜ່ານແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ ຢູ່ເມືອງໄຊ ແລະ ເມືອງນາໝໍ້ ທີ່ຖືກໂຄງການພະລັງງານໄຟຟ້າແສງຕາເວັນຂອງບໍລິສັດໄຟຟ້າ CGN ລາວຕາເວັນຈໍາກັດ.


ຫຼັງຈາກນັ້ນ, ປະທານກອງປະຊຸມໄດ້ເຈາະຈີ້ມ, ເພື່ອໃຫ້ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ ໄດ້ມີຄໍາເຫັນແລກປ່ຽນເພີ່ມເຕີ່ມ ແລະ ພະແນກການກ່ຽວຂ້ອງໄດ້ຊີ້ແຈງ ແລະ ໃຫ້ຂໍ້ມູນ, ທັງນີ້ກໍ່ເພື່ອເປັນການຮັບປະກັນໃນການພິຈາລະນາໜັງສືສະເໜີດັ່ງກ່າວໃຫ້ສອດຄອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີຄວາມຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
ປະຕິບັດຕາມວາລະກອງປະຊຸມ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ ຍັງໄດ້ສືບຕໍ່ປຶກສາຫາລື ວຽກງານທີ່ຈໍາເປັນ ແລະ ຮີບດ່ວນອີກຈໍານວນໜຶ່ງ ຕື່ມອີກ.

ພາບ/ຂ່າວ: ສະພາປະຊາຊົນແຂວງ.
