
ຕອນເຊົ້າຂອງວັນທີ 29 ພະຈິກ 2023 ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ ໄດ້ຈັດກອງປະຊຸມຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ 3 ແຂວງ, ກ່ຽວກັບການຕິດຕາມກວດກາຂົງເຂດວຽກງານຍຸຕິທຳ, ການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ການຕິດຕາມກວດກາວຽກງານຂອງອົງການກວດສອບ, ໂດຍການເປັນປະທານຂອງທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ຄະນະປະຈໍາ-ເລຂາທິການສະພາແຫ່ງຊາດ, ມີທ່ານ ພອນແກ້ວ ຕົ້ນວໍລະຈິດ ຫົວໜ້າກົມຕິດຕາມກວດກາ, ໂຄສະນາ ແລະ ຕີຄວາມໝາຍກົດໝາຍສະພາແຫ່ງຊາດ, ມີຮອງປະທານກໍາມາທິການ, ຮອງຫົວໜ້າກົມ, ຄະນະຮັບຜິດຊອບ ແລະ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2;3;4, ສະມາຊິກສະພາປະຊາຊົນຂັ້ນແຂວງ 3 ແຂວງຄື: ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ຄະນະເລຂາທິການ ແລະ ຫົວໜ້າຂະແໜງທີ່ກ່ຽວຂ້ອງ ພາຍໃນສະພາປະຊາຊົນແຂວງອຸດົມໄຊ ເຂົ້າຮ່ວມ.





ກອງປະຊຸມ, ໄດ້ຮັບຟັງການສະເໜີຫົວຂໍ້: ການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ; ການຕິດຕາມກວດກາຂົງເຂດວຽກງານຍຸຕິທຳ; ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຕໍ່ກັບການເຄື່ອນໄຫວຂອງອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ ແລະ ຫຼັງຈາກນັ້ນ, ຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ສຸມໃສ່ໃນການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະ ສົນທະນາແລກປ່ຽນບົດຮຽນຕໍ່ກັບເນື້ອໃນທີ່ນໍາມາສະເໜີຢ່າງເລິກເຊິ່ງ ແລະ ກົງໄປກົງມາ.


ຈຸດປະສົງ, ກໍ່ເພື່ອເປັນການຍົກລະດັບຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ, ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີປະສິດທິພາບປະສິດທິຜົນສູງ, ມີຄວາມຮັບຮູ້, ຄວາມເຂົ້າໃຈກ່ຽວກັບບາງທັກສະໃໝ່ທີ່ມີຄວາມຈຳເປັນ ໃນການປະຕິບັດວຽກງານຕົວຈິງ, ພ້ອມທັງຄົ້ນຄວ້າ, ລົງເລິກ, ກໍາແໜ້ນ ແລະ ສົນທະນາແລກປ່ຽນ, ກ່ຽວກັບບາງບົດຮຽນ ລະຫວ່າງຄະນະຮັບຜິດຊອບ ກັບ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2;3;4, ສະມາຊິກສະພາປະຊາຊົນຂັ້ນແຂວງ 3 ແຂວງ, ພະນັກງານທີ່ເປັນເສນາທິການ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໃຫ້ເກີດຜົນປະໂຫຍດສູງສຸດ.






ພາບ/ຂ່າວ: ສະພາປະຊາຊົນແຂວງ.