
ຕອນເຊົ້າວັນສຸກທີ 26 ມິຖຸນາ 2026, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງປະຈໍາເດືອນ ມິຖຸນາ ຂຶ້ນ, ໂດຍການເປັນປະທານຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະ ພາປະຊາຊົນແຂວງ, ມີທ່ານ ພິໄລທອງ ຈິດມະນີ ຮອງປະທານຄະນະກໍາມະການປົກຄອງແຂວງ, ບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ພະແນກການ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ, ທ່ານ ຄອນສີ ໄຊຍະມອນ ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກໍາມະການເສດຖະກິດ ແລະ ການເງິນ ໄດ້ຜ່ານໜັງສືສະເໜີຂອງປະທານຄະນະກໍາມະການປົກຄອງແຂວງ ກ່ຽວກັບການພິຈາລະນາ, ຮັບຮອງເອົາແຜນການນໍາໃຊ້ງົບປະມານກອງທຶນທາງປະຈໍາປີ 2026 ຄັ້ງທີ 2 ຂອງແຂວງອຸດົມໄຊ, ສະບັບເລກທີ 673/ຄປຂ, ລົງວັນທີ 22 ພຶດສະພາ 2025 ແລະ ບົດລາຍງານການຄົ້ນຄວ້າໜັງສືສະເໜີດັ່ງກ່າວ; ລາຍງານຜົນການລົງກວດກາ ແລະ ເກັບກໍາຂໍ້ມູນທີ່ດິນປ່າໄມ້, ຂໍສະເໜີຫັນປ່ຽນທີ່ດິນປ່າໄມ້ເປັນດິນອຸດສາຫະກໍາ ລັກສະນະຖາວອນ ທີ່ນອນຢູ່ເຂດ ເມືອງປາກແບງ, ແຂວງອຸດົມໄຊ ເພື່ອກໍ່ສ້າງແລວສາຍສົ່ງໄຟຟ້າແຮວສູງ 500 KV ຈາກໂຄງການກໍ່ສ້າງເຂື່ອນນໍ້າຂອງປາກແບງ.




ຫຼັງຈາກນັ້ນ, ປະທານກອງປະຊຸມໄດ້ເຈາະຈີ້ມ, ເພື່ອໃຫ້ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ ໄດ້ມີຄໍາເຫັນແລກປ່ຽນ, ຊັກຖາມເພີ່ມເຕີ່ມ ແລະ ພະແນກການກ່ຽວຂ້ອງໄດ້ຊີ້ແຈງ ແລະ ໃຫ້ຂໍ້ມູນ, ທັງນີ້ກໍ່ເພື່ອເປັນການຮັບປະກັນໃນການພິຈາລະນາໜັງສືສະເໜີດັ່ງກ່າວໃຫ້ມີຄວາມຖືກຕ້ອງສອດຄອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.
ປະຕິບັດຕາມວາລະກອງປະຊຸມ, ຍັງໄດ້ຮັບຟັງການຜ່ານຮ່າງແຜນດໍາເນີນງານການເຄື່ອນໄຫວຂອງສະພາປະຊາຊົນແຂວງ ຊຸດທີ V 5 ປີ(2026-2030) ແລະ ວຽກງານສໍາຄັນອີກຈໍານວນໜຶ່ງ; ພ້ອມທັງ, ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງເນື້ອໃນດັ່ງກ່າວ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ຄົບຖ້ວນສົມບູນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.