loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມໄອປາ 45 ຈະຈັດວັນທີ 17-23 ຕຸລານີ້

ຕ.ລ. 15, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ຕອນບ່າຍວັນທີ 14 ຕຸລາຜ່ານມາ ທີ່ຫ້ອງຖະແຫຼງຂ່າວສະພາແຫ່ງຊາດ, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ, ຫົວໜ້າອະນຸກຳມະການກອງເລຂາແຫ່ງຊາດໄອປາ-45 ໄດ້ຕາງໜ້າໃຫ້ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການກະກຽມດຳເນີນກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງທີ 45 ວ່າ: ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸ ລາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: “ບົດບາດຂອງລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ”; ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນຳໂດຍບັນດາປະທານຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນລັດຖະສະພາສັງເກດການ, ແຂກປະເທດເຈົ້າພາບ, ຄູ່ຮ່ວມພັດທະນາຂອງໄອປາ, ເລຂາທິການໃຫຍ່ອາຊຽນ, ເລຂາທິການໃຫຍ່ໄອປາ ແລະ ຄະນະຜູ້ແທນ ສປປ ລາວ ເຈົ້າພາບ ລວມມີປະມານ 500 ທ່ານ.

ທ່ານ ສັນຍາ ປຣະເສີດ ໃຫ້ຮູ້ວ່າ: ກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງທີ 45 ນີ້ ຈະມີກອງປະຊຸມຕ່າງໆທັງໝົດ 12 ກອງປະຊຸມ ຄື: 1. ກອງປະຊຸມຄະນະບໍລິຫານງານໄອປາ, 2. ກອງປະຊຸມກຳມາທິການການເມືອງ, 3. ກອງປະຊຸມກຳມາທິການເສດຖະກິດ, 4. ກອງປະຊຸມກຳມາທິການວຽກງານສັງຄົມ, 5. ກອງປະຊຸມກຳມາທິການວຽກງານຈັດຕັ້ງພາຍໃນ, 6. ກອງປະຊຸມກຳມາທິການສະມາຊິກສະພາເພດຍິງ, 7. ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ, 8. ກອງປະຊຸມກຳມາທິການຖະແຫຼງການຮ່ວມ, 9. ກອງປະຊຸມພົບປະລະຫວ່າງກອງເລຂາໄອປາ ແລະ ກອງເລຂາອາຊຽນ, 10. ກອງປະຊຸມພົບປະກັບລັດຖະສະພາສັງເກດການ, 11. ກອງປະຊຸມເວທີຜູ້ນຳການເມືອງເພດຍິງ WAIPA, 12. ກອງປະຊຸມກອງເລຂາແຫ່ງຊາດຂອງບັນດາລັດຖະສະພາປະເທດສະມາຊິກໄອປາ ແລະ ກອງປະຊຸມເລຂາທິການຂອງຄະນະຜູ້ແທນຂອງບັນດາລັດຖະສະພາສັງເກດການໄອປາ.

ກອງປະຊຸມຕ່າງໆທີ່ກ່າວມານັ້ນ, ຈະໄດ້ລົງເລິກຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິທັງໝົດ 38 ສະບັບ, ໃນນີ້ ຂົງເຂດການເມືອງ 4 ສະບັບ, ຂົງເຂດເສດຖະກິດ 8 ສະບັບ, ຂົງເຂດສັງຄົມ 5 ສະບັບ, ວຽກງານເພດຍິງ 2 ສະບັບ, ວຽກງານຊາວໜຸ່ມ 3 ສະບັບ ແລະ ວຽກງານຈັດຕັ້ງພາຍໃນ 16 ສະບັບ.

ກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງທີ 45 ນີ້ ຈະໄດ້ປຶກສາຫາລືກ່ຽວກັບບັນຫາທີ່ເປັນຜົນປະໂຫຍດຮ່ວມກັນຂອງພາກພື້ນ ກໍຄືຂອງໂລກ ເພື່ອເພີ່ມທະວີການເຊື່ອມໂຍງພາຍໃນອາຊຽນ ແລະ ລະຫວ່າງອາຊຽນ ກັບ ພາກພື້ນອື່ນ ເພື່ອເຮັດໃຫ້ເສດຖະກິດອາຊຽນມີຄວາມເຂັ້ມແຂງ, ຮັດແຄບຄວາມແຕກໂຕນຂອງລະດັບການພັດທະນາ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ.

ປັດຈຸບັນ, ການກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ໄດ້ມີຄວາມຄືບໜ້າໃນທຸກດ້ານ, ດໍາເນີນໄປຕາມບາດກ້າວ ແລະ ຄາດວ່າຈະສາມາດດໍາເນີນກອງປະຊຸມໄດ້ຕາມກຳນົດເວລາ.

ໃນນາມຕາງໜ້າໃຫ້ຄະນະກຳມະການຊີ້ນຳລະດັບຊາດ, ທ່ານ ສັນຍາ ປຣະເສີດ ໄດ້ເຊີນຊວນບັນດາທ່ານພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ, ຊາວນະຄອນຫຼວງວຽງຈັນ, ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຈົ່ງຮ່ວມຈິດຮ່ວມໃຈກັນຕ້ອນຮັບຄະນະຜູ້ແທນ, ແຂກຕ່າງປະເທດ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ດ້ວຍໄມຕີຈິດ, ມິດຕະພາບ, ດ້ວຍຮອຍຍິ້ມອັນແຈ່ມໃສ ເພື່ອສ້າງຄວາມຊົງຈໍາ ແລະ ຄວາມປະທັບໃຈໃຫ້ແກ່ຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ ພ້ອມທັງຮັບປະກັນໃຫ້ກອງປະຊຸມຄັ້ງນີ້ ມີຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ ແລະ ມີຜົນສໍາເລັດຈົບງາມ.

(ກົງທະນູຄຳ ພິພັດເສລີ)