loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມຮາກຖານ ກປຊສ

ພ.ພ. 4, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະໜ່ວຍຊາວໜຸ່ມຮາກຖານກໍາມາ​ທິການ​ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ກປຊສ) ໄດ້​ຈັດຂຶ້ນໃນຕອນບ່າຍຂອງວັນທີ 02 ພຶດສະພາ 2024 ທີ່​ສະພາແຫ່ງຊາດ ໂດຍການເປັນປະທານຮ່ວມຂອງສະຫາຍ ພົຈວ. ປອ. ມາລາ ວິລະຈິດ ຮອງເລຂາໜ່ວຍພັກຮາກຖາ, ຮອງປະທານ ກປຊສ, ຫາຍ ພອນແກ້ວ ຕົ້ນວໍລະຈິດກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍ ລິຫານງານຊາວໜຸ່ມສະພາແຫ່ງຊາດ ແລະ ສະຫາຍ ພັທ.ປະກອນໄຊ ສິດທິລາດວົງສາ ເລຂາໜ່ວຍຊາວໜຸ່ມຮາກຖານ ກປຊສ; ມີບັນດາສະຫາຍຕາງໜ້າຈາກໜ່ວຍຊາວໜຸ່ມຮາກຖານພາຍໃນສະພາແຫ່ງຊາດ, ໜ່ວຍແມ່ຍິງຮາກຖານ ແລະ ສະມາຊິກຊາວໜຸ່ມຮາກຖານ ກປຊສ ເຂົ້າຮ່ວມທັງໝົດ 32 ສະຫາຍ ຍິງ 14 ສະຫາຍ.

ກອງປະຊຸມໄດ້ຮັບຟັງການລາຍງານບົດສຳຫຼວດການນຳພາ ແລະພ້ອມກັນສະຫຼຸບຕີລາຄາ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເມືອງຂອງໜ່ວຍຊາວໜຸ່ມຮາກຖານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຊິ່ງປະກອບມີ 2 ພາກຄື: 1. ຕີລາຄາສະພາບການເຄື່ອນໄຫວໄລຍະຜ່ານມາ ແຕ່ປີ 2020-2024 ໃນນັ້ນ, ໄດ້ຍົກໃຫ້ເຫັນດ້ານດີຜົນງານຕ່າງໆທີ່ຍາດມາໄດ້ ພ້ອມທັງດ້ານອ່ອນຂໍ້ຄົງຄ້າງ ແລະ ບັນດາສາເຫດທີ່ຕ້ອງໄດ້ປັບປຸງແກ້ໄຂ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານດີຂຶ້ນກວ່າເກົ່າ; 2. ກຳນົດທິດທາງການເຄື່ອນໄຫວວຽກງານໄລຍະ 5 ປີ (2024-2028) ໃນນັ້ນ, ຕົ້ນຕໍແມ່ນເພີ່ມທະວີສຶກສາອົບຮົມການເມືອງແນວຄິດ, ການພັດທະນາວຽກງານຊາວໜຸ່ມ ຕິດພັນກັບການເປັນເສນາທິການໃຫ້ແກ່ໜ່ວຍພັກຮາກຖານ ກປຊສ ໄປພ້ອມກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະແຜນການທີ່ວາງໄວ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ ທັງຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະໜ່ວຍຊາວໜຸ່ມຮາກຖານກ່ຽວກັບການນຳພາຊີ້ນຳຂອງຕົນ ຕໍ່ວຽກງານຊາວໜຸ່ມຕະຫຼອດໄລຍ 5 ປີຜ່ານມາ ເຊິ່ງຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈຳນວນໜຶ່ງ ທີ່ຄະນະໜ່ວຍຊາວໜຸ່ມຮາກຖານຊຸດໃໝ່ ຈະຕ້ອງນຳໄປເປັນບົດຮຽນໃນການສືບຕໍ່ປັບປຸງແກ້ໄຂ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຊາວໜຸ່ມ ກໍຄືການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມຮາກຖານ ກປຊສ ບັນລຸຕາມຄາດໝາຍທີ່ວາງໄວ້.

ສະມາຊິກຊາວໜຸ່ມຮາກຖານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວໜຸ່ມຮາກຖານຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍ ຍິງ 1 ສະຫາຍ,ເລືອກໄດ້ 3 ສະຫາຍ ຍິງ 1 ສະຫາຍ ເຊິ່ງກອງປະຊຸມຄັ້ງປະຖົມມະລືກໄດ້ເຫັນດີເລືອກເອົາສະຫາຍ ພັຕ. ສະນັ່ນ ພົມພັກດີ ເປັນເລຂາ, ສະຫາຍ ພັຕ.ນາງ ທອງສະໝຸດ ອ່ອນກໍລະບຸດ ເປັນຮອງເລຂາ ທັງເປັນປະທານກວດກາແລະ ສະ ຫາຍ ຮອ. ສິດວົງທອງ ເນັ້ງເພັງໃຈ ເປັນກໍາມະການ.

ໃນໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ພົຈວ. ປອ. ມາລາວິລະຈິດ ເຊິ່ງໄດ້ເນັ້ນໃຫ້ຄະນະໜ່ວຍຊາວໜຸ່ມຮາກຖານຊຸດໃໝ່ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍທັງໝົດ ເອົາໃຈໃສ່ຕັ້ງໜ້າສຶກສາອົບຮົມສະມາຊິກຊາວໜຸ່ມໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ຮັກຊາດ, ຮັກລະບອບປະຊາທິປະໄຕ,ເປັນແບບຢ່າງໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ແລະ ການດຳລົງຊີວິດ; ສືບຕໍ່ປັບປຸງກົງຈັກ ແລະ ພະນັກງານ, ສະມາຊິກຊາວໜຸ່ມ ໃຫ້ເຂັ້ມແຂງຮອບດ້ານ ແລະ ປະຕິບັດຫຼັກການລວມສູນປະຊາທິ ປະໄຕຢ່າງເຂັ້ມງວດ; ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ມີທັດສະນະມະຫາຊົນ, ມີຄວາມດຸໝັ່ນອົດທົນ, ຄົ້ນຄວ້າສຶກສາຮ່ໍາຮຽນ ຍົກລະດັບຄວາມຮູ້ຄວາມສາມາດ ໃນການປະຕິບັດວຽກງານໃຫ້ສູງຂຶ້ນເລື້ອຍໆ; ສ້າງ ແລະ ເຂົ້າຮ່ວມຂະບວນການເຄື່ອນໄຫວວຽກງານຊາວໜຸ່ມໃຫ້ຫຼາຍ, ມີບັນຍາກາດຟົດຟື້ນ, ຫ້າວຫັນ ໂດຍມີເນື້ອໃນຕິດພັນກັບການສຶກສາອົບຮົມໄປພ້ອມໆກັນ ແລະ ຍົກສູງສະຕິໃນການບໍລິໂພກຂ່າວສານ ໂດຍມີການກັ່ນຕອງເລືອກເຟັ້ນເອົາສິ່ງທີ່ດີ, ຖືກຕ້ອງ ແລະ ສາມາດໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິຜົນ.

(ພາບ-ຂ່າວ: ນາງ ປາກາລັກ ພົມມີໄຊ)