(ສພຊ) – ກອງປະຊຸມໃຫຍ່ຄັ້ງທີ II ຂອງກໍາມະບານຮາກຖານສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ (ສນສ) ໄດ້ຈັດຂຶ້ນເມື່ອວັນທີ 20 ທັນວາຜ່ານມາ ໂດຍການເປັນປະທານຂອງສະຫາຍ ບໍ ຫານປະເສີດ ປະທານກໍາມະບານຮາກຖານ ສນສ; ມີສະຫາຍ ສິນທະລາ ຫຼ້າສຸກສະໄໝ ເລຂາໜ່ວຍພັກຮາກຖານ ສນສ, ສະຫາຍ ໂພສີ ເຕັມເມລາດ ຕາງໜ້າຄະນະບໍລິຫານງານສະຫະພັນກໍາມະບານສະພາແຫ່ງຊາດ (ສພຊ) ແລະ ຕາງໜ້າກໍາມະບານຮາກຖານພາຍໃນ ສພຊ ເຂົ້າຮ່ວມທັງໝົດ 24 ສະຫາຍ, ຍິງ 7 ສະຫາຍ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເມືອງຂອງກໍາມະບານຮາກຖານ ສນສ ເຊິ່ງປະກອບມີ 2 ພາກຄື: ພາກທີ 1 ຕີລາຄາສະພາບການເຄື່ອນໄຫວໃນໄລຍະປີ 2019-2024 ເຊິ່ງຍົກໃຫ້ເຫັນດ້ານດີຜົນງານຕ່າງໆທີ່ກໍາມະບານຮາກຖານຍາດມາໄດ້ ພ້ອມດຽວກັນນັ້ນ, ກໍຍົກໃຫ້ເຫັນດ້ານຂໍ້ຄົງຄ້າງ ແລະ ບັນດາສາເຫດທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ເພື່ອຮັບປະກັນໃຫ້ການເຄື່ອນໄຫວຂອງກໍາມະບານຮາກຖານດີຂຶ້ນ; ພາກທີ 2 ກຳນົດທິດທາງການເຄື່ອນໄຫວວຽກງານໃນໄລຍະ 5 ປີ (2025-2029) ຕົ້ນຕໍແມ່ນການເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ, ການພັດທະນາວຽກງານກໍາມະບານ ຕິດພັນກັບການເປັນເສນາທິການໃຫ້ແກ່ໜ່ວຍພັກຮາກ ຖານ ໄປພ້ອມໆກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ. ນອກນີ້, ຍັງໄດ້ຮັບຟັງການຜ່ານບົດສໍາຫຼວດຂອງຄະນະກໍາມະບານຮາກຖານ ກ່ຽວກັບການຊີ້ນໍາ-ນໍາພາຕໍ່ວຽກງານກໍາມະບານຕະຫຼອດ 5 ປີຜ່ານມາ ເຊິ່ງກໍມີດ້ານດີ, ຜົນງານ, ຂໍ້ຄົງຄ້າງ ແລະ ບົດຮຽນຖອດຖອນໄດ້ຈໍານວນໜຶ່ງ ທີ່ຄະນະກໍາມະບານຮາກຖານຊຸດໃໝ່ ຈະຕ້ອງນໍາໄປເປັນບົດຮຽນ ແລະ ສືບຕໍ່ປັບປຸງແກ້ໄຂ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້.
ຜູ້ແທນກອງປະຊຸມ 18 ສະຫາຍ, ຍິງ 9 ສະຫາຍ ໄດ້ປ່ອນບັດຄັດເລືອກເອົາຄະນະກໍາມະບານຮາກຖານ ສນສ ຊຸດໃໝ່ ເຊິ່ງປະກອບມີ 5 ສະຫາຍ, ຍິງ 2 ສະຫາຍ ຄື: ສະ ຫາຍ ລົງທ່າວ ຕົງປາວທໍ່ ເປັນປະທານ, ສະຫາຍ ນາງ ພູວະລີ ພູນສະຫວັນ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ຈິດຕະກອນ ໄຊຍະສິດ ເປັນຄະນະ ທັງເປັນຮອງປະທານກວດກາ, ສະຫາຍ ນາງ ພຸດສະຫວັນ ວົງນະລາດ ແລະ ສະຫາຍ ບຸນໜາ ອິນທະວົງ ເປັນຄະນະ.
ສະຫາຍ ສິນທະລາ ຫຼ້າສຸກສະໄໝ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກຳມະບານຮາກຖານ ສນສ ທີ່ສາມາດຍາດມາໄດ້ໃນໄລຍະ 5 ປີຜ່ານມາ ແລະ ເນັ້ນໜັກໃຫ້ເພີ່ມທະວີການຈັດຕັ້ງປະຕິບັດພາລະບົດບາດກໍາມະບານໃຫ້ສອດຄ່ອງກົມກຽວກັບສິດ, ໜ້າທີ່ຂອງຕົນ; ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານ ໄປຄວບຄູ່ກັບການປະຕິບັດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ. ນອກນັ້ນ, ຍັງຮຽກຮ້ອງໜ່ວຍພັກຮາກຖານ ໃຫ້ການຊ່ວຍເຫຼືອອົງການຈັດຕັ້ງກໍາມະບານຕື່ມ ນັບທັງການສຶກສາອົບຮົມການເມືອງ-ແນວຄິດ ເພື່ອໃຫ້ອົງການຈັດຕັ້ງກໍາມະບານ ເຄື່ອນໄຫວມີປະສິດທິຜົນສູງຂຶ້ນກວ່າເກົ່າ.
(ສອນສັກ ວັນວິໄຊ)