(ສພຊ) ເພື່ອເປັນການແລກປ່ຽນບົດຮຽນ ແລະ ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບການກະກຽມດໍາເນີນກອງປະຊຸມ ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃນໄລຍະຜ່ານມາ ເປັນຕົ້ນ ການກະກຽມ, ການດໍາເນີນ, ການຄົ້ນຄວ້າ, ການພິຈາລະນາ, ຮັບຮອງເນື້ອໃນກອງປະຊຸມ ເພື່ອເຫັນໄດ້ດ້ານດີທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂ ແລະ ເພື່ອເປັນການແນະນໍາການກະກຽມ ແລະ ຮັບໃຊ້ການປະເມີນຄວາມໄວ້ວາງໃຈຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ, ໃນລະຫວ່າງວັນທີ 19-20 ກໍລະກົດ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ ກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນການດໍາເນີນກອງປະຊຸມ ຂອງສະພາປະຊາຊົນຂັ້ນແຂວງ ຊຸຸດທີ II ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ທັງເປັນຜູ້ຊີ້ນໍາວຽກງານຂອງກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ມີບັນດາທ່ານປະທານ-ຮອງປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ບັນດາທ່ານປະທານ-ຮອງປະທານ, ເລຂາ-ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ ຈາກ 18 ແຂວງທົ່ວປະເທດ ແລະ ບັນດາຄະນະຮັບຜິດຊອບກອງປະຊຸມເຂົ້າຮ່ວມ
.

ກອງປະຊຸມ ໄດ້ຮັບຟັງການສະເໜີບົດຕີລາຄາຜົນສໍາເລັດການດໍາເນີນກອງປະຊຸມຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃນໄລຍະຜ່ານມາ; ການພົວພັນປະສານງານການກະກຽມດ້ານເນື້ອໃນ ເພື່ອນໍາເຂົ້າພິຈາລະນາໃນກອງປະຊຸມສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ການຮ່າງມະຕິກອງປະຊຸມ; ການບັນຊາກອງປະຊຸມຂອງປະທານ ແລະ ການປະກອບຄໍາເຫັນ, ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ການສະເໜີບົດແນະນໍາ ກ່ຽວກັບການກະກຽມ ແລະ ດໍາເນີນການປະເມີນຄວາມໄວ້ວາງໃຈໃນການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ແລະ ການແນະນໍາການກະກຽມ ແລະ ດໍາເນີນກອງປະຊຸມຂອງສະພາປະຊາຊົນຂັ້ນແຂວງ ແລະ ການປະເມີນ 4 ກົດໝາຍ (ໃນຂົງເຂດສະພາແຫ່ງຊາດ) ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ ເພື່ອແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃສ່ຫົວຂໍ້ທີ່ນໍາມາສະເໜີ ແລະ ຕາມຄໍາຖາມເຈາະຈີ້ມຂອງ ປະທານກອງປະຊຸມ ແລະ ໄດ້ຮັບຟັງການໂອ້ລົມຊີ້ທິດເຍືອງທາງໃນການປະຕິບັດໜ້າທີ່ຂອງສະພາປະຊາຊົນຂັ້ນແຂວງຈາກ ປະທານກອງຊຸມ.

ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທຶນຈາກ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (STEPS).
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)