

ກອງປະຊຸມເຝິກອົບຮົມການຍົກສູງຂີດຄວາມສາມາດດ້ານທັກສະການຊັກຖາມ, ປະກອບຄຳເຫັນ, ການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ການຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ຈາກ 10 ເຂດເລືອກຕັ້ງ ຄື: ຜົ້ງສາລີ, ຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ສາລະວັນ ແລະ ໄຊສົມບູນ ໄດ້ໄຂຂຶ້ນທີ່ຫ້ອງປະຊຸມສູນການຮ່ວມມືສາກົນ ແລະ ເຝິກອົບຮົມ (ICTC) ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນຳສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ທັງເປັນຫົວໜ້າຄະນະຊີ້ນຳການຍົກສູງຂີດຄວາມສາມາດ; ເຂົ້າຮ່ວມມີທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ, ບັນດາປະທານ-ຮອງປະທານກຳມາທິການສະພາແຫ່ງຊາດ, ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ຄະນະກົມ, ຄະນະພະແນກ ແລະ ວິຊາການກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ 10 ເຂດເລືອກຕັ້ງດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຈະໄດ້ດຳເນີນໄປຈົນເຖິງວັນທີ 16 ສິງຫາ 2022 ຈຶ່ງຈະສຳເລັດ ເຊິ່ງບັນດາທ່ານທີ່ເຂົ້າຮ່ວມຈະໄດ້ຮັບຟັງບັນດາທ່ານວິທະຍາກອນ ທີ່ມີປະສົບການໃນການນຳພາ ຊີ້ນຳການຈັດຕັ້ງປະຕິບັດວຽກງານຕົວຈິງ ຈາກສະພາແຫ່ງຊາດ ໃນ 4 ຫົວຂໍ້ຂ້າງເທິງ.

(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)