ກອງປະຊຸມເປີດກວ້າງທາບທາມຄຳເຫັນໃສ່ຮ່າງກົດໝາຍລັດຖະບານ

ພ.ພ. 26, 2026

(ສພຊ) – ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມເປີດກວ້າງ ເພື່ອທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ) ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ໃນວັນທີ 25 ພຶດສະພານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວີແກ້ວ ບຸບຜາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຫຼວຽງຈັນ, ຄະນະນໍາ ແລະ ຜູ້ຕາງໜ້າຈາກບັນດາກະຊວງ-ອົງການລັດທຽບເທົ່າກະຊວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໄດ້ລາຍງານກ່ຽວກັບເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງຮ່າງກົດໝາຍວ່າດ້ວຍລັດຖະບານ ສະບັບປີ 2021 ແລະ ຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃນໄລຍະຜ່ານມາ ໂດຍສະເພາະບັນດາເນື້ອໃນທີ່ຕິດພັນກັບການປັບປຸງລັດຖະທຳມະນູນ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 5 ປີ (2026-2030) ຕາມທິດສ້າງບາດກ້າວບຸກທະລຸ ລວມທັງການຫັນກົນໄກການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມວ່ອງໄວ, ທັນສະໄໝ, ເປັນລະບົບຄົບຊຸດ, ຖືກຕ້ອງຄົບຖ້ວນ ແລະ ທັນກັບສະພາບການ; ການປັບປຸງໂຄງປະກອບກົງຈັກຂອງລັດຖະບານ ຊຸດທີ X ແລະ ການກໍານົດລະບຽບ ແລະ ກົນໄກວິທີເຮັດວຽກ ສະບັບເລກທີ 29/ນຍ, ລົງວັນທີ 20 ເມສາ 2026.
ຈາກນັ້ນ, ປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈີ້ມໃຫ້ຜູ້ເຂົ້າຮ່ວມປະກອບຄໍາຄິດເຫັນຢ່າງຫຼາກຫຼາຍ ແລະ ກົງໄປກົງມາ ແນໃສ່ເຮັດໃຫ້ຮ່າງກົດໝາຍມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ, ສອດຄ່ອງກັບຕົວຈິງ, ເປັນເອກະພາບ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງ, ການເຄື່ອນໄຫວວຽກງານຂອງທ່ານນາຍົກ-ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ນໍາເອົາປະໂຫຍດສູງສຸດມາໃຫ້ປະເທດຊາດ ແລະ ປະຊາ ຊົນ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)