ກອງປະຊຸມຮ່ວມ ຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ I ປີ 2026

ກ.ກ. 3, 2026

(ສພຊ) – ໂດຍປະຕິບັດຕາມກົນໄກການປະສານງານລະຫວາງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະລັດຖະບານ, ໃນວັນທີ 2 ກໍລະກົດນີ້ ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ມີການດໍາເນີນກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ I ປະຈໍາປີ 2026 ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈຳສະພາແຫ່ງຊາດ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ສະມາຊິກລັດຖະບານ, ກໍາມະການຄະນະປະຈຳສະພາແຫ່ງຊາດ, ຮອງປະທານກຳມາທິການ ແລະ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງທຳອິດລະຫວ່າງຄະນະລັດຖະບານ ຊຸດທີ X ແລະ ຄະນະປະຈຳສະພາແຫ່ງຊາດ ຊຸດທີ X ໂດຍມີຈຸດປະສົງເພື່ອພ້ອມກັນປຶກສາຫາລື, ແລກປ່ຽນຄຳເຫັນ ແລະ ສ້າງຄວາມເອກະພາບ ຕໍ່ບັນດາບັນຫາສໍາຄັນທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 6-10 ກໍລະກົດນີ້ ເພື່ອພ້ອມກັນປຶກສາຫາລືບັນຫາສຳຄັນຂອງຊາດ ແນໃສ່ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການພັດທະນາ ແລະ ປັບປຸງນັບມື້ດີຂຶ້ນ ເຊິ່ງເປັນການຢັ້ງຢືນເຖິງຄວາມຮັບ ຜິດຊອບສູງຂອງສະພາແຫ່ງຊາດ ແລະ ລັດຖະບານ ຕໍ່ສູນກາງພັກ, ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ຊີວິດຕົວຈິງ.
ສໍາລັບເນື້ອໃນທີ່ນຳມາປຶກສາຫາລືໃນກອງປະຊຸມ ມີບາງບັນຫາດັ່ງນີ້: ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໄລຍະ 6 ເດືອນທ້າຍປີ 2026; ຮ່າງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ມາດຕະການສົ່ງເສີມການຊົມໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ; ທິດທາງການພັດທະນາແຮ່ທາດໃນໄລຍະໃໝ່ ພາຍໃຕ້ເງື່ອນໄຂໃໝ່.
ການດຳເນີນກອງປະຊຸມຄັ້ງນີ້, ບັນດາທ່ານລັດຖະມົນຕີ, ຜູ້ຕາງໜ້າຈາກກະຊວງ ທີ່ຮັບຜິດຊອບແຕ່ລະຫົວຂໍ້ນັ້ນ ໄດ້ລາຍງານຢ່າງກະທັດຮັດ, ສອດຄ່ອງກັບຄວາມເປັນຈິງ, ຍົກໃຫ້ເຫັນບັນຫາທີ່ເກີດຂຶ້ນຢ່າງຄົບຖ້ວນ ແລະ ສຸມໃສ່ສະເໜີບັນຫາທີ່ຂໍທິດຊີ້ນຳ ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ; ບັນດາທ່ານຕາງໜ້າຄະນະປະຈຳສະພາແຫ່ງຊາດ ກໍໄດ້ມີການປະກອບຄຳເຫັນຕໍ່ບັນຫາດັ່ງກ່າວ ຢ່າງກົງໄປກົງມາ, ມີຈຸດສຸມ, ຊອກໃຫ້ເຫັນສາເຫດທີ່ເກີດຂຶ້ນ ແລະ ສະເໜີທິດທາງແກ້ໄຂທີ່ຊັດເຈນ ເພື່ອໃຫ້ລັດຖະບານ ໄດ້ນຳໄປຄົ້ນຄວ້າປັບປຸງບັນດາບົດລາຍງານຕ່າງໆ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຈະແຈ້ງ ແລະ ຮັດກຸມກວ່າເກົ່າ ເພື່ອຈະນຳໄປປຶກສາຫາລື ແລະ ຮັບຮອງໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະຈັດຂຶ້ນໃນມໍ່ໆນີ້.