ກອງປະຊຸມສະໄໝສາມັນ ສປນວ ຮັບຮອງຫຼາຍບັນຫາສຳຄັນ ແລະ ໄດ້ຮັບຄໍາສະເໜີ 61 ຂໍ້

ພ.ຈ. 16, 2026

(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ V ໄດ້ປິດລົງດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ໃນຕອນແລງວັນທີ 13 ພະຈິກຜ່ານມາ ພາຍຫຼັງດຳເນີນເປັນເວລາ 4 ວັນ ທີ່ຫ້ອງວ່າການປົກຄອງ ນວ ໂດຍການເປັນປະທານ ແລະ ກ່າວປິດຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີທ່ານ ສິລິລາດທົງສິນ ທອງເພັງ ຮອງເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ (ຄປນວ), ບັນດາທ່ານການນໍາພັກ-ລັດຂັ້ນສູງ ນວ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍປະທານ-ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ ແລະ ແຂກຖືກເຊີນ ເຊິ່ງກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ ດັ່ງນີ້:

1. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງຄະນະກຳມະການປົກຄອງນະຄອນຫຼວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການປະຈຳປີ 2027 (ເສດຖະກິດຂະຫຍາຍຕົວ 6.2% ແລະ ຄາດຄະເນໝົດປີ ຈະບັນລຸຄາດໝາຍ 8%).

        2. ຮັບຟັງການລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະແມ່ນການສ້າງແຜນປະຕິບັດງານ ແລະ ໂຄງການ.

        3. ພິຈາລະນາ, ຮັບຮອງເອົາແຜນຜັງເທດສະບານເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ.

4. ຮັບຟັງການລາຍງານຊີ້ແຈງ 3 ບັນຫາສໍາຄັນ ຄື: 1) ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດການບໍລິຫານຈັດການຂີ້ເຫຍື້ອ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ; 2) ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ຄລສພ, ລົງວັນທີ 07 ພຶດສະພາ 2026 ວ່າດ້ວຍການເພິ່ມທະວີຊີ້ນໍາຂອງພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ຂົງເຂດຊັບພະຍາກອນທໍາມະຊາດ; 3) ລາຍງານກ່ຽວກັບສະພາບການສຶກສາ ຕິດພັນກັບບັນຫາການປະລະການຮຽນຂອງນັກຮຽນຊັ້ນປະຖົມ ແລະ ຊັ້ນມັດທະຍົມ ແລະ ບັນຫາການຂາດແຄນຄູສອນຢູ່ເມືອງສັງທອງ ແລະ ເມືອງປາກງື່ມ.

5. ພິຈາລະນາ, ຮັບຮອງເອົານິຕິກຳສ້າງໃໝ່ 3 ສະບັບ ຄື: 1) ຮ່າງຂໍ້ຕົກລົງວ່າດ້ວຍພັນທະ ແລະ ຄວາມຮັບຜິດຊອບຂອງເເຈົ້າຂອງກິດຈະການໂຮງແຮມ, ຣີສອດ, ເຮືອນພັກ, ຄອນໂດມິນຽມ, ອະພັດເມັນ, ເຮືອນໃຫ້ເຊົ່າ, ເຮືອນຫ້ອງແຖວ ແລະ ຜູ້ມາພັກເຊົາ; 2) ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາສະຖານທີ່ຈອດລົດໃນຕົວເມືອງ; 3) ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ.

6. ພິຈາລະນາ, ຮັບຮອງເອົານິຕິກໍາປັບປຸງ 2 ສະບັບ ຄື: 1) ຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນທົ່ວນະຄອນຫຼວງ; 2) ຂໍ້ຕົກລົງວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ.

7. ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບປະຈຳພາກກາງ 1, ອົງການກວດກາລັດນະຄອນຫຼວງວຽງຈັນ, ອົງການໄອຍະການປະຊາຊົນ (ພາກກາງ ແລະ ນວ) ແລະ ສານປະຊາຊົນ (ພາກກາງ ແລະ ນວ) ແລະ ກອງປະຕິບັດຄຳຕັດສິນຂອງສານປະຈໍານະຄອນຫຼວງ ວຽງຈັນ.

8. ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ.

ຕະຫຼອດໄລຍະການດໍາເນີນກອງປະຊຸມ, ໄດ້ຮັບສາຍດ່ວນຈາກປະຊາຊົນ 52 ສາຍ, ສາມາດສັງລວມຄໍາສະເໜີ ຈໍານວນ 61 ຂໍ້ ເຊິ່ງປະກອບມີບັນຫາພົ້ນເດັ່ນຄື:

1. ບັນຫາທີ່ດິນ ແລະ ການຊົດເຊີຍ: ການຂໍອອກໃບຕາດິນໃໝ່, ການທວງຖາມຄ່າຊົດເຊີຍຈາກໂຄງການຕາຝັ່ງເຈື່ອນ-ໂຄງການກໍ່ສ້າງເສັ້ນທາງ, ພ້ອມທັງໄດ້ມີການສະເໜີໃຫ້ພິຈາລະນາຫົວໜ່ວຍລາຄາຊົດເຊີຍໂຄງການ Smart city ທີ່ຕ່ຳເກີນໄປ.

2. ບັນຫາສິ່ງແວດລ້ອມ ແລະ ການຂຸດຄົ້ນ: ຜົນກະທົບຈາກການລັກຂຸດຄົ້ນແຮ່ຄໍາ, ການດູດຫີນ-ຊາຍທີ່ບໍ່ຖືກຕ້ອງ (ພາໃຫ້ເກີດບັນຫາດິນເຈື່ອນ, ສຽງດັງ ແລະ ແຫຼ່ງນໍ້າຂຸ່ນ).

3. ບັນຫາພື້ນຖານໂຄງລ່າງ ແລະ ການຄຸ້ມຄອງຕົວເມືອງ: ຄວາມຊັກຊ້າໃນການສ້ອມແປງທາງ, ບັນຫາໄຟເຍືອງທາງ-ໄຟອຳນາດ, ມາດຕະການກໍາຈັດສິ່ງເສດເຫຼືອ, ການກວດກາຄວບຄຸມນ້ຳໜັກລົດບັນທຸກ, ມົນລະພິດ-ຂີ້ຝຸ່ນຈາກລົດບັນທຸກ, ການຖົມຄອງ-ໜອງນ້ຳ ແລະ ບັນຫາສາຍໄຟບໍ່ເປັນລະບຽບ.

4. ບັນຫາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ: ກຸ່ມແກ໊ງລົດກວນເມືອງ, ຈຸດມົ້ວສຸມສິ່ງເສບຕິດ, ຮ້ານກິນດື່ມເປີດກາຍໂມງ-ສົ່ງສຽງດັງ ແລະ ການປ່ອຍສັດລ້ຽງຊະຊາຍຕາມທາງຫຼວງແຫ່ງຊາດ ກໍຄືທາງຫຼວງນະຄອນຫຼວງ.

5. ບັນຫາການຄຸ້ມຄອງເສດຖະກິດ ແລະ ບໍລິການລັດ: ການກວດກາຄວາມຖືກຕ້ອງຂອງການຕັ້ງຕະຫຼາດໃໝ່, ຄວາມໂປ່ງໃສໃນການບໍລິຫານງານຂອງລັດວິສາຫະກິດລົດເມ ແລະ ຄວາມຊັກຊ້າຂອງລະບົບລົດເມດ່ວນ (BRT).

6. ບັນຫາຍຸຕິທຳ ແລະ ລະບຽບກົດໝາຍ: ການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ແກ່ຍາວ ແລະ ການກວດກາບຸກລຸກປຸກສ້າງໃນດິນເຂດສະຫງວນ.

ຄໍາສະເໜີເຫຼົ່ານີ້ ໄດ້ນໍາສົ່ງໃຫ້ ຄປນວ ກໍຄືຄະນະຮັບຜິດຊອບ ນໍາໄປຄົ້ນຄວ້າ, ແກ້ໄຂ ຫຼື ຫາກບັນຫາໃດໄດ້ຮັບການແກ້ໄຂແລ້ວ ກໍໃຫ້ມີການຊີ້ແຈງໃຫ້ຄວາມກະຈ່າງ.

(ນາງ ສຸພາວັນ ຫອມສະນິດ)