ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສພຂ ​ໄຊ​ຍະ​ບູລີ

ມ.ກ. 11, 2024

(ສພຊ) ໃນລະຫວ່າງວັນທີ 11-13 ມັງກອນ 2024 ທີ່ຫ້ອງປະຊຸມໃຫຍ່ແຂວງໄຊຍະບູລີ, ທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ (ສພຂ) ໄຊຍະບູລີ ຊຸດທີ II ໂດຍການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ປະທານສະພາປະຊາຊົນແຂວງໄຊຍະບູລີ; ມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ບັນດາທ່ານຄະນະປະຈໍາພັກແຂວງ, ສສຊ ປະຈໍາເຂດເລືອກຕັ້ງທີ 7, ສະມາຊິກສະພາປະຊາຊົນແຂວງ(ສສຂ) ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ສຸມ​ໃສ່​ຄົ້ນ​ຄວ້າ, ພິ​ຈາ​ລະ​ນາ​ ແລະ ຮັບ​ຮອງ​ເອົາບັນ​ຫາ​ສຳ​ຄັນ​ຂອງ​ແຂວງ​ດັ່ງ​ນີ້: ບົດລາຍງານການເຄື່ອນໄຫວວຽກງານພົ້ນເດັ່ນປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ຂອງອົງການປົກຄອງແຂວງ;ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024; ບົດລາຍງານບົດສະຫຼຸບຂາດຕົວ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ງົບ​ປະ​ມານແຫ່ງ​ລັດຂອງ​ແຂວງ ປະຈໍາ​ປີ 2022, ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງົບ​ປະ​ມານແຫ່ງ​ລັດຂອງ​ແຂວງ ປະຈໍາ​ປີ 2023 ແລະ ທິດທາງແຜນການ​ປີ 2024; ບົດ​ສະຫຼຸບຕີລາຄາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​​ດ້ານ​ເສດ​ຖະ​ກິດ–ການ​ເງິນ ໄລຍະ 3 ປີ (2021-2023); ບົດລາຍງານການຈັດຕັ້ງປະຕິບັດວຽກງານປະຈໍາປີ 2023 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ຂອງອົງການກວດສອບພາກເໜືອ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດຂອງແຂວງ ປະຈໍາປີ 2022; ບົດລາຍງານການຈັດຕັ້ງປະຕິບັດວຽກງານປະຈໍາປີ 2023 ແລະ ແຜນ ການເຄື່ອນໄຫວວຽກງານປະຈໍາປີ 2024 ຂອງອົງການກວດກາແຫ່ງລັດແຂວງ, ບົດລາຍງານຜົນການກວດກາຕາມຜົນຂອງການກວດສອບປີ 2021; ບົດລາຍງານການຈັດຕັ້ງປະຕິບັດວຽກງານປະຈໍາປີ 2023 ແລະ ແຜນການເຄື່ອນໄຫວປະຈໍາປີ 2024 ຂອງສານປະຊາຊົນແຂວງແລະ ຂອງອົງການໄອຍະການປະຊາຊົນແຂວງ; ບົດ​ສະຫຼຸບຕີລາຄາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ແຫ່ງ​ຊາດ ວ່າ​ດ້ວຍການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ ໄລຍະ 3 ປີ ແລະ ທິດທາງແຜນການຮອດປີ 2025; ບົດລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024.

ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄໍາເຫັນຂອງຕາງໜ້າຄະນະປະຈໍາ ສພຂ, ຕາງໜ້າຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 7, ການຊີ້ແຈງເພີ່ມຕື່ມຈາກທ່ານເຈົ້າແຂວງ ແລະ ການຂຶ້ນຊີ້ແຈງຂອງພາກສ່ວນກ່ຽວຂ້ອງ ຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາ ສສຂ.

(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)