loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສປນວ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ

ທ.ວ. 17, 2021 | ເຂດ 1 ນະຫລວງວຽງຈັນ

(ສພຊ) ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 14 ທັນວາ 2021 ທີ່ຫ້ອງປະຊຸມສຳນັກງານອົງການປົກຄອງນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານ ສປນວ ຊຸດທີ II ໂດຍການເຂົ້າຮ່ວມ ຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີບັນດາຮອງປະທານ ສປນວ, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກສະພາປະຊາຊົນ ນວ, ບັນດາການນໍານະຄອນຫລວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງຂັ້ນເມືອງ ເຂົ້າຮ່ວມຜ່ານລະບົບກອງປະຊຸມປົກກະຕິ ແລະ ລະບົບກອງປະຊຸມທາງໄກ.

ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສປນວ ຊຸດທີ II ຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງ ນວ ດັ່ງນີ້:

  1. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງທ່ານ ເຈົ້າຄອງນະຄອນຫລວງວຽງຈັນ ກ່ຽວກັບຜົນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 11 ເດືອນ ແລະ ຄາດຄະເນໝົດປີ 2021 ແລະ ທິດທາງແຜນການປີ 2022 ຂອງນະຄອນຫລວງວຽງຈັນ;
  2. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານຂອງອົງການກວດສອບ ປະຈໍາພາກກາງ ປະຈໍາປີ 2021, ທິດທາງແຜນການ ປະຈໍາປີ 2022 ແລະ ບົດລາຍງານ ຜົນຂອງການກວດສອບຄືນ ແລະ ການສະ ຫລຸບງົບປະມານຂາດຕົວ ປະຈໍາປີ 2020 ຂອງນະຄອນຫລວງວຽງຈັນ ແລະ ບົດລາຍງານຜົນການກວດສອບ ເອກະ ສານການເງິນ ຂອງລັດວິສາຫະກິດລັດລົງທຶນ ປະຈໍາປີ 2019;
  3. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນ, ສານປະຊາຊົນ ພາກ ກາງ ແລະ ຂອງອົງການໄອຍະການປະຊາຊົນ, ສານປະຊາຊົນ ນະຄອນຫລວງວຽງຈັນ;
  4. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ;
  5. ຮັບຟັງການປະກອບຄໍາເຫັນ ຂອງອົງການແນວລາວສ້າງຊາດ ນະຄອນຫລວງ ຕໍ່ການປະຕິບັດໜ້າທີ່ຂອງສະພາປະຊາຊົນນະຄອນຫລວງວຽງຈັນ;
  6. ພ້ອມນັ້ນ, ກອງປະຊຸມຈະໄດ້ຮັບຟັງການລາຍງານ ແລະ ຊີ້ແຈງບັນຫາສຳຄັນຈຳນວນໜຶ່ງ ເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການຈັດຕັ້ງປະຕິບັດບາງໂຄງການພັດທະນາ ແລະ ຄຳຊັກຖາມຂອງສະມາຊິກສະພາອີກຈຳນວນໜຶ່ງ.

ທ່ານໄດ້ກ່າວຕື່ມວ່າ: ບັນດາເນື້ອໃນທີ່ນໍາມາຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມຄັ້ງນີ້, ລ້ວນແຕ່ເປັນບັນຫາທີ່ສໍາຄັນ ເຊິ່ງກວມເອົາຫລາຍວຽກງານ, ແຕ່ໄລຍະເວລາດໍາເນີນກອງປະຊຸມແມ່ນສັ້ນ ແລະ ມີຂໍ້ຈໍາກັດ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19. ສະນັ້ນ, ບົນຈິດໃຈເສີມສ້າງຄວາມສາມັກຄີ, ດ້ວຍຄວາມຮັບຜິດຊອບສູງ ຂໍຮຽກຮ້ອງມາຍັງບັນດາທ່ານ ສສຊ ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນວ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມໃສ່ທຸສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຄົ້ນຄວ້າ,​ ພິຈາລະນາ ແລະ ປະກອບຄໍາເຫັນ ຢ່າງມີປະຊາທິປະໄຕ, ເລິກເຊິ່ງ, ມີຈຸດສຸມ ແລະ ຮັບປະກັນຄວາມຖືກຕ້ອງຕາມລະບຽບກົດໝາຍ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.

(ນາງ ພອນທິບ ອິນທິລາດ)