loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂື້ນຢ່າງເປັນທາງການ

​ພ.ຈ. 22, 2018 | ຂ່າວກອງປະຊຸມ

(ສພຊ) ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນອັງຄານ ທີ  20 ພະຈິກ 2018, ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6) ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ອະດີດການນຳຂັ້ນສູງຂອງພັກ-ລັດ, ບັນດານັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ອະດີດສະມາຊິກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ຕາງໜ້າຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ນັກທຸລະກິດ, ຜູ້ຕາງໜ້າຈາກພາກສ່ວນຕ່າງໆ ຕະຫລອດຮອດ ແຂກຖືກເຊີນຈໍານວນຫນຶ່ງ.

ໃນວາລະດຳເນີນກອງປະຊຸມຕອນເຊົ້າ, ພາຍຫລັງທີ່ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວສູນທອນພົດໄຂກອງປະຊຸມຢ່າງເປັນທາງການແລ້ວ; ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານ​ກ່ຽວກັບ​ການ​ເຄື່ອນໄຫວປະຕິບັດວຽກງານ​​ພົ້ນ​ເດັ່ນ​ຂອງລັດຖະບານໃນ​ໄລຍະ​ຜ່ານ​ມາ ​ແລະ ທິດ​ທາງ​ຈຸດ​ສຸມ​ໃນປີຕໍ່ໜ້າ; ຈາກນັ້ນ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ລາຍ​ງານ​ກ່ຽວກັບ​ການຈັດ​ຕັ້ງ​ປະຕິບັດ​ແຜ​ນພັດທະນາ​ເສດຖະກິດ-ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດ ​ແລະ ​ແຜນ​ເງິນຕາ ​ປະຈຳ​ປີ 2018 ​ແລະ  ທິດ​ທາງ​ແຜນການ ​ປະຈຳ​ປີ 2019; ຫລັງຈາກນັ້ນ, ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍ​ງານ​ກ່ຽວກັບ​ການຈັດ​ຕັ້ງ​ປະຕິບັດ​​ແຜນການ​ເຄື່ອນ​ໄຫວວຽກງານ​ ປະຈຳ​ປີ 2018 ​ແລະ ທິດ​ທາງ​ແຜນການ ປະຈຳ​ປີ 2019, ບົດ​ລາຍ​ງານ​ຜົນ​ການກວດ​ສອບ​ບົດ​ສະຫລຸບ​ຂາດ​ຕົວ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ ປະຈຳ​ປີ 2017.

ໃນຕອນບ່າຍ, ພາຍຫລັງທ່ານ ສີໄນ ມຽງລາວັນ ຮອງປະທານ​ອົງການ​ກວດກາ​ລັດຖະບານ ໄດ້ລາຍ​ງານ​ກ່ຽວກັບ​ການກວດ​ກາ​ຕາມ​ຜົນ​ການກວດ​ສອບບົດ​ສະຫລຸບ​ຂາດ​ຕົວ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ ສົກ​ປີ 2013-2014, 2014-2015, 2015-2016 ແລ້ວ; ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ສະພາ​​ແຫ່ງ​ຊາດ ຕາງຫນ້າ​ໃຫ້​​ຄະນະ​ປະຈຳ​ສະພາ​ແຫ່​ງຊາດ​ ໄດ້ປະກອບ​ຄຳ​ເຫັນ​ຕໍ່​ບົດ​ລາຍ​ງານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ກ່ຽວກັບ​ການຈັດຕັ້ງປະຕິບັດວຽກງານ​​​ພົ້ນ​ເດັ່ນ ປະຈຳປີ 2018 ​ແລະ ທິດ​ທາງແຜນ​ວຽກງານ​ຈຸດ​ສຸມ​ ປະຈຳປີ 2019; ສະພາບການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ​ແຜນ​ງົບປະມານແຫ່ງ​ລັດ ​ແລະ ​ແຜນ​ເງິນຕາ​ ປະຈໍາປີ 2018 ແລະ ທິດ​ທາງ​ແຜນການ​ ປະຈຳ​ປີ 2019; ຫລັງຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄໍາເຫັນເຈາະຈີ້ມ ແລະ ໃຫ້ທິດຊີ້ນໍາໃນການປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ.

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ຈະດຳເນີນໄປຈົນເຖິງວັນທີ 21 ທັນວາ 2018, ​ໃນ​ໄລຍະດໍາເນີນ​ກອງ​ປະຊຸມດັ່ງກ່າວ ສພຊ ​ໄດ້​ຈັດ​ຕັ້ງ​ໜ່ວຍ​ງານ​ຮັບຜິດຊອບ​ໂທລະສັບ​ສາຍ​ດ່ວນ ​ເພື່ອ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ ​ແລະ ຄຳ​ສະ​ເໜີ​ໂດຍ​ກົງ​ຈາກ​ທົ່ວ​ສັງຄົມ​ທີ່​ສົ່ງ​​ໄປ​ຍັງ​ກອງ​ປະຊຸມ ເຊິ່ງ​ບັນດາ​ທ່ານ​ສາມາດ​ສົ່ງ​ຄຳ​ຄິດ​ຄຳ​ເຫັນ ​ແລະ ຄຳ​ສະ​ເໜີ​ໄປ​ຍັງ​ກອງ​ປະຊຸມໄດ້ດັ່ງນີ້: ​ໂທລະສັບ​ໝາຍ​ເລກ: 156 ​ໂດຍ​ບໍ່​ໄດ້​ເສຍ​ຄ່າ, ​ໂທລະ​ສານ ໝາຍ​ເລກ: 021 413528, ສົ່ງ​ເປັນ​ຈົດໝາຍທາງ​ໄປສະນີ ຕູ້ ປນ. 662, ສົ່ງ​ອີ​ເມ​ວ: na_session@na.gov.la

(ນາງ ອາ​ລິນ ສຸ​ພິມ​ມະ​ປະດິດ)