ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຈະຮັບຮອງມະຕິ 4 ສະບັບ

ກ.ກ. 2, 2026

(ສພຊ) – ຕອນບ່າຍວັນທີ 02 ກໍລະກົດນີ້, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ກຳມະການຄະນະປະຈຳ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຈະໄຂຂຶ້ນໃນລະຫວ່າງວັນທີ 6-10 ກໍລະກົດ 2026 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ໃຊ້ເວລາລວມທັງໝົດ 5 ວັນ ໂດຍຈະພິຈາລະນາ, ຕົກລົງບັນຫາສຳຄັນ ແລະ ຮີບດ່ວນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເຊິ່ງລະອຽດມີດັ່ງນີ້:
1. ວຽກງານລັດຖະບານ ມີ 4 ເນື້ອໃນ
1) ພິຈາລະນາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026;
2) ພິຈາລະນາ, ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ;
3) ຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່);
4) ຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ປັບປຸງ).
2. ບົດປະກອບຄໍາເຫັນຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ວຽກງານລັດຖະບານ ມີ 2 ບົດ ຄື:
1) ບົດປະກອບຄໍາເຫັນຄະນະປະຈຳສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026;
2) ບົດປະກອບຄໍາເຫັນຄະນະປະຈຳສະພາແຫ່ງຊາດ ຕໍ່ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.
3. ມະຕິກອງປະຊຸມສະພາແຫ່ງຊາດ ເພື່ອຮັບຮອງເອົາເນື້ອໃນດັ່ງກ່າວ ມີ 4 ສະບັບ ຄື:
1) ມະຕິຮັບຮອງເອົາບົດລາຍງານຂອງລັດຖະບານ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026;
2) ມະຕິຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ;
3) ມະຕິຮັບຮອງເອົາກົດໝາຍວ່າດ້ວຍຄັງເງິນແຫ່ງລັດ;
4) ມະຕິຮັບຮອງເອົາກົດໝາຍວ່າດ້ວຍງົບປະມານແຫ່ງລັດ.
ພ້ອມກັນນັ້ນ, ທ່ານຍັງແຈ້ງໃຫ້ຊາບວ່າ: ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດ ຕາມຂໍ້ມູນ ແລະ ວິທີການດັ່ງລຸ່ມນີ້:
• ນໍ້າເບີສາຍດ່ວນ: 156 ນັບແຕ່ວັນທີ 3-10 ກໍລະກົດ 2026 ໃນໂມງລັດຖະການ
• ອີເມວ: nalao.156 @gmail.com
• App: Laona