loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈໍາງວດ 1/2022 ຂອງ ຄລສຂ

ມ.ສ. 28, 2022 | ເຂດ 14 ສາ​ລະ​ວັນ

(ສພຊ) ຕອນເຊົ້າຂອງວັນທີ 27 ເມສາ 2022 ນີ້, ຢູ່ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ ຄະນະເລຂາທິການ ສະພາປະຊາຊົນແຂວງສາລະວັນ (ຄລສຂ) ໄດ້ເປີດກອງປະຊຸມ ສະຫຼຸບວຽກງານຮອບດ້ານ ປະຈໍາງວດ I ປີ 2022 ແລະ ວາງທິດທາງແຜນການ ປະຈໍາງວດ II ປີ 2022 ຂອງຕົນຂຶ້ນຢ່າງເປັນທາງການ,ໃຫ້ກຽດເຂົ້າຮ່ວມຂອງທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານ ສະພາປະຊາຊົນແຂວງສາລະວັນ (ສພຂ) ໂດຍພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ສົມພອນ ແສງສຸລິຈັນ ຄະນະປະຈໍາ ສພຂ ເລຂາທິການ ສພຂ; ມີບັນດາທ່ານຄະນະປະຈໍາ ສພຂ, ຄະນະກຳມະການ, ຄະນະເລຂາທິການ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ (ເຂົ້າຮ່ວມດ້ວຍລະບົບວີດີໂອທາງໄກ), ແລະ ຫົວໜ້າ-ຮອງຫົວໜ້າຂະແໜງການ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມໃນຄັ້ງນີ້.

ໃນວາລະຂອງກອງປະຊຸມ ທ່ານ ຈັນທະຄາດ ສີສຸພັນ ຮອງເລຂາທິການ ສພຂ ໄດ້ຂຶ້ນຜ່ານ ຮ່າງບົດສະຫຼຸບ ການເຄື່ອນໄຫວວຽກງານ  ປະຈໍາງວດ I ປີ 2022 ແລະ ວາງທິດທາງແຜນການ ປະຈໍາງວດ II ປີ 2022 ຂອງ ຄລສຂ ໂດຍລວມເປັນເສນາທິການຮອບດ້ານ ໂດຍສະເພາະ ດ້ານເນື້ອໃນເອກະສານ, ສ້າງສິ່ງອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານຕ່າງໆ ໃຫ້ແກ່ ສພຂ, ຄະນະປະຈໍາ ສພຂ, ສສຊ ເຂດເລືອກຕັ້ງ 14, ລວມທັງເຮັດໜ້າທີ່ຄຸ້ມຄອງບໍລິຫານ-ການເງິນ ແລະ ຈັດຕັ້ງພະນັກງານ ໄດ້ຢ່າງມີຜົນສຳເລັດຕາມລະດັບຄາດໝາຍ; ພ້ອມນັ້ນ,ກໍ່ໄດ້ວາງທິດທາງແຜນການເຄື່ອນໄຫວວຽກ ປະຈໍາງວດຕໍ່ໜ້າ; ຈາກນັ້ນ, ບັນດາທ່ານຜູ້ແທນໃນກອງປະຊຸມກໍ່ໄດ້ພ້ອມກັນ ປະກອບຄຳຄິດຄຳເຫັນ ຢ່າງເປັນເຈົ້າການ ບົນພື້ນຖານຄວາມເປັນເອກະພາບ ເຂົ້າໃສ່ຮ່າງບົດສະຫຼຸບດັ່ງກ່າວ ເພື່ອເຮັດໃຫ້ຮ່າງບົດສະຫຼຸບ ມີເນື້ອໃນສົມບູນ ແລະ ຄົບຖ້ວນ ສາມາດເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງ ຄລສຂ ແລະ ນຳໄປຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມທີ່ກຳນົດໄວ້ໃນກົດໝາຍ ໃຫ້ມີຜົນສຳເລັດໃນຕໍ່ໜ້າ.

ຕອນທ້າຍ ກອງປະຊຸມໄດ້ຮັບຟັງການໂອ້ລົມຊີ້ນຳຂອງທ່ານ ຂັນໄຊ ລັດຖະເຮົ້າ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະງວດທີ I ຜ່ານມາ ຂອງ ຄລສຂ, ນອກຈາກຜົນງານທີ່ປະຕິບັດ ທ່ານກໍ່ໄດ້ເຫັນດີເປັນເອກະພາບຕໍ່ກັບແຜນສືບຕໍ່ໃນງວດທີ II ໃນນັ້ນໃຫ້ເລັງໃສ່ແກ້ໄຂຈຸດອ່ອນ, ຂອດຄົງຄ້າງທີ່ໄດ້ຕີລາຄາໃນບົດສະຫຼຸບ, ພ້ອມທັງເນັ້ນໃຫ້ເອົາໃຈໃສ່ເປັນເສນາທິການ ເປັນໃຈກາງໃນການປະສານງານກັບທຸກພາກສ່ວນໃຫ້ກົມກຽວ ສາມາດເຮັດໃຫ້ການປະຕິບັດ 3 ພາລະບົດບາດ ມີຄວາມສະດວກ ສອດຄ່ອງ ແລະ ວ່ອງໄວຂຶ້ນຕື່ມ.

 

ພາບແລະຂ່າວ: ດີລຳພົນ ພົມມະຈັນ