(ສພຊ) ລະຫວ່າງວັນທີ 23-25 ພຶດສະພາ 2023 ທ່ານ ສຈ. ປອ. ຫົງຄຳ ສຸວັນນະວົງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມສະພາທີ່ປຶກສາ ກ່ຽວກັບບັນຫານ້ຳ ຂອງສະພາແຫ່ງຊາດອາຊີ (Asia National assembly water consultation board (AAWC) ຄັ້ງທີ 5, ທີ່ຊຽມລຽບ, ຣາຊະອານາຈັກກໍາປູເຈຍ ໂດຍມີບັນດາປະເທດໃນຂົງເຂດເຂົ້າຮ່ວມເຊັ່ນ: ກິກກີກີສະຖານ, ອຸສເບັກກີສະຖານ, ກາຊັກສະຖານ, ສ.ເກົາຫຼີ, ກຳປູເຈຍ, ມາເລເຊຍ, ເນປານ, ສປປລາວ, ອົງການນ້ຳອາຊີ, ບັນດາອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າລັດຖະບານຈາກ ຣາຊະອານາຈັກກຳປູເຈຍເຂົ້າຮ່ວມ.

ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ບັນຫາທີ່ກະທົບຂອງແຕ່ລະປະເທດ, ຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ, ບັນຫາຄຸ້ມຄອງບໍລິຫານນ້ຳ, ແລກປ່ຽນປະສົບການ ແລະ ວິທີການແກ້ໄຂບັນຫານໍ້າຂອງແຕ່ລະປະເທດ, ການແລກປ່ຽນປະສົບການ, ບັນຫາການຮ່ວມມືສາກົນ ເພື່ອແກ້ໄຂບັນຫານ້ຳແບບຍືນຍົງ.
ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ປະກອບຄຳເຫັນໃນຫົວຂໍ້ ບົດລາຍງານປະຈຳປີຂອງສະພາທີ່ປຶກສາ ແລະ ຫົວຂໍ້ ວາລະການດຳເນີນການອາຊີກ່ຽວກັບບັນຫານ້ຳ.
ຕອນທ້າຍ ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາຖະແຫຼງການພະນົມເປັນ (Phnom Penh Declaration) ເພື່ອເປັນບ່ອນອີງໃນກອງປະຊຸມ AAWC ຄັ້ງຕໍ່ໄປ.