loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດ

ສ.ຫ. 7, 2019 | ຂ່າວກອງປະຊຸມ

(ສພຊ) ເພື່ອເປັນການປະຕິບັດຕາມບົດບັນທຶກການຮ່ວມມືລະຫວ່າງສອງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ຫວຽດນາມ ວ່າດ້ວຍການດຳເນີນການແລກປ່ຽນຄະນະເພື່ອຄົ້ນຄວ້າ, ແລກປ່ຽນບົດຮຽນ, ປະສົບການເຊິ່ງກັນ ແລະ ກັນ ຂອງສອງຫ້ອງວ່າການສະພາແຫ່ງຊາດ; ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາພົບປະແລກ ປ່ຽນບົດຮຽນລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ຄັ້ງທີ 10 ທີ່ແຂວງຊຽງຂວາງ ໃນລະຫວ່າງວັນທີ 29 ກໍລະກົດ 2019 ໂດຍການເປັນປະທານຮ່ວມຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ແລະ ສະຫາຍ ຫງວຽນ ແຮ່ງ ຟຸກ ກໍາມະການສູນ ກາງພັກ ຄອມມູນິດຫວຽດນາມ ຄະນະປະຈໍາສະພາແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ສສ ຫວຽດນາມ; ເຂົ້າຮ່ວມມີສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາຄະນະເລຂາ ທິການສະພາແຫ່ງຊາດ, ມີເຈົ້າແຂວງໆຊຽງຂວາງ, ປະທານສະພາປະຊາຊົນແຂວງຊຽງຂວາງ, ຮອງເລຂາທິການສະພາ ແຫ່ງຊາດ ລາວ-ຫວຽດນາມ, ເລຂາ-ຮອງເລຂາທິການສະພາປະຊາຊົນຂັ້ນແຂວງທົ່ວປະເທດ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານລັດຖະກອນສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມເຂົ້າຮ່ວມຢ່າງພ້ອມພຽງ.ທັງນີ້, ເພື່ອເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ກໍຄືສອງພະພາແຫ່ງຊາດ ລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະສອງຫ້ອງວ່າການສະພາແຫ່ງຊາດ ໃຫ້ນັບມື້ນັບແຕກດອກອອກຜົນແທ້ຈິງ ທັງເປັນການສະ ຫລຸບຕີລາຄາຄືນການຮ່ວມມືລະຫວ່າງ ສອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ໃນໄລຍະປີ 2017-2019 ແລະ ທິດທາງຮ່ວມມືໃນປີ 2019-2021; ເພື່ອແລກປ່ຽນບົດຮຽນ ແລະ ປະສົບການໃນການເປັນເສນາທິ ການຮອບ ດ້ານຂອງບັນດາກົມ ທີ່ເປັນເສນາທິການໃຫ້ແກ່ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາ ແຫ່ງຊາດຫວຽດນາມ ໃຫ້ມີຄວາມອາດສາມາດໃນການເປັນເສນາທິການດັ່ງກ່າວນັບມື້ມີປະສິດທິຜົນດີຂຶ້ນກວ່າເກົ່າ ແລະ ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງພະນັກງານການນຳ, ພະນັກງານວິຊາການຂອງສອງຫ້ອງວ່າການດັ່ງກ່າວ ໃຫ້ມີຄວາມແໜ້ນແຟ້ນ ແລະ ສະໜິດສະໜົມກັນຍິ່ງຂຶ້ນ.

ໃນພິທີໄຂກອງປະຊຸມ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ການພົບປະ ແລະ ແລກປ່ຽນບົດຮຽນຂອງ ສອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມຄັ້ງນີ້ ຖືເປັນການປະກອບສ່ວນອັນໜຶ່ງ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ກວ້າງສູ່ລວງເລິກ ແລະ ເກີດຜົນຢ່າງແທ້ຈິງ ທັງເປັນການສືບ ຕໍ່ຈັດຕັ້ງປະຕິບັດຜົນສຳເລັດຂອງກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນຂອງສອງຫ້ອງວ່າການສະພາແຫ່ງຊາດ ພວກເຮົາທີ່ໄດ້ຈັດຂື້ນເມື່ອສອງປີກ່ອນ ທີ່ນະຄອນດາໜັງ ສສ.ຫວຽດນາມ ໃນລະຫວ່າງວັນທີ 23-29 ກໍລະກົດ 2017 ດ້ວຍຜົນສຳເລັດຢ່າງຈົບງາມ ທັງເປັນການສ້າງໂອກາດໃຫ້ແກ່ການແລກປ່ຽນບົດຮຽນ, ປະສົບການໃນການເປັນເສນາ ທິການ ຮັບໃຊ້ວຽກງານຂອງສະພາແຫ່ງຊາດ; ພ້ອມນັ້ນ, ກໍເປັນການປູກຝັງມູນເຊື້ອແຫ່ງຄວາມສາມັກຄີຮັກແພງ ລະຫວ່າງ ລາວ-ຫວຽດນາມ ໃຫ້ແກ່ພະນັກງານວິຊາການຮຸ່ນສືບທອດ ເຮັດໃຫ້ເຂົາເຈົ້າໄດ້ມີໂອການພົບປະລຶ້ງເຄີຍ ແລະ ເຄື່ອນໄຫວກິດຈະກໍາດ້ານກິລາ, ສິລະປະ-ວັນນະຄະດີ ແລະ ການທ່ອງທ່ຽວຮ່ວມກັນ ອັນເປັນການສ້າງພື້ນຖານທີ່ ແໜ້ນແກ່ນໃນດ້ານຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ສາຍພົວພັນອັນພິເສດທີ່ສຸດ ລະຫວ່າງສອງປະເທດ ລາວ-ຫວຽດນາມ ພວກເຮົາ ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງບົດລາຍງານກ່ຽວກັບສະພາບຈຸດພິເສດ ແລະ ການພັດທະນາເສດ ຖະກິດ-ສັງຄົມຂອງແຂວງ ຈາກເຈົ້້າແຂວງໆຊຽງຂວາງ; ຄຳເຫັນຂອງສະຫາຍ ນາງ ສີໃສ ລືເດດມູນສອນ ຕໍ່ກອງ ປະຊຸມດັ່ງກ່າວ ເຊິ່ງທ່ານໄດ້ກ່າວວ່າ: ການດໍາເນີນກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນ ຂອງສອງຫ້ອງວ່າ ການສະພາແຫ່ງຊາດ ລາວ-ຫວຽດນາມ ເນື້ອແທ້ມັນແມ່ນເພື່ອການເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດລາວ-ຫວຽດນາມ ທີ່ເປັນມໍລະດົກອັນປະເສີດ, ມີຄວາມລໍ້າຄ່າ ແລະ ມີໜຶ່ງດຽວໃນໂລກ ເຊິ່ງການນໍາທີ່ແສນເຄົາລົບຮັກຂອງສອງປະເທດພວກເຮົາໄດ້ສ້າງໄວ້ ແລະ ໄດ້ຮັບການເພີ່ມພູນຄູນສ້າງ, ທະນຸບໍາລຸງຈາກປະຊາຊົນສອງຊາດ ລາວ-ຫວຽດນາມ ແຕ່ລະຮຸ່ນ ສືບທອດຕໍ່ມາຈົນເຖິງ ປັດຈຸບັນ, ພວກເຮົາກໍມີຄວາມເອກອ້າງທະນົງໃຈ ແລະ ມີໜ້າທີ່ປົກປັກຮັກສາໄວ້ໃຫ້ຄົນໃນຮຸ່ນຕໍ່ໆໄປ; ພ້ອມທັງຮັບຟັງ ການສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດເນື້ອໃນຂອງບົດບັນທຶກການຮ່ວມມືລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ຈາກຮອງເລຂາທິການສະພາແຫ່ງຊາດ ລາວ-ຫວຽດນາມ; ພ້ອມນັ້ນ, ຍັງໄດ້ແລກປ່ຽນບົດຮຽນກັນ ໃນຫົວຂໍ້ບົດບາດຂອງຫ້ອງວ່າການສະພາແຫ່ງຊາດ ໃນການເປນເສນາທິການ ໃຫ້ແກ່ຄະນະປະຈຳ ກ່ຽວກັບການ ຍົກສູງຄຸນນະພາບໃນການກະກຽມກອງປະຊຸມສະພາແຫ່ງຊາດ ກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ບົດບາດການ ເປັນເສນາທິການຂອງຫ້ອງວ່າການສະພາແຫ່ງຊາດ ໃນການປ່ຽນແປງໃໝ່ເພື່ອຍົກສູງ ຄຸນນະພາບການເຄື່ອນໄຫວ ຂອງສະພາແຫ່ງຊາດ, ບົດບາດຂອງຫ້ອງວ່າການສະພາແຫ່ງຊາດ ໃນການເປັນເສນາທິການໃຫ້ແກ່ຄະນະປະຈຳ ກ່ຽວກັບ ການຍົກສູງຄຸນນະພາບການປະຕິບັດໜ້າທີ່ດ້ານນິຕິບັນຍັດ ການຕິດຕາມກວດກາ ການຕົກລົງບັນຫາສຳຄັນຕ່າງໆ ຂອງສະພາແຫ່ງຊາດລາວ, ການປະຕິບັດການເປັນເສນາທິການຊ່ວຍວຽກ ໃຫ້ແກ່ສະພາຊົນເຜົ່າ ແລະ ບັນດາກຳມາທິ ການຂອງສະພາແຫ່ງຊາດຫວຽດນາມ, ບົດຮຽນການຄຸ້ມຄອງ ບັນດາຫ້ອງການ ແລະ ອື່ນໆ ຂອງສະພາແຫ່ງຊາດ; ບົດຮຽນການຄຸ້ມຄອງບໍລິຫານ ການບໍລິການຢູ່ຫ້ອງມູນເຊື້ອ ແລະ ອື່ນໆຂອງຫ້ອງວ່າການສະພາແຫ່ງຊາດຫວຽດນາມ; ພ້ອມນັ້ນ, ຜູ້ເຂົ້າຮ່ວມກອງກອງປະຊຸມ ຍັງໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງເປັນຂະບວນຟົດຟື້ນ.

ພ້ອມນັ້ນ, ໃນຕອນເຊົ້າຂອງວັນດຽວກັນ ສະຫາຍ ຫງວຽນ ແຮ່ງ ຟຸກ ແລະ ສະຫາຍ ນາງ ສວນສະຫວັນ ວິຍະເກດ ພ້ອມດ້ວຍຄະນະ  ຍັງໄດ້ເຂົ້າວາງພວງມາລາທີ່ອານຸສາວະລີຄວາມສາມັຄີຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ແລະ ເຂົ້າຢ້ຽມຂ່ຳນັບຮອງປະທານສະພາແຫ່ງຊາດລາວ ເພື່ອລາຍງານຈຸດປະສົງຂອງການເດີນທາງມາໃນຄັ້ງນີ້ຕື່ມອີກ.

(ນາງ ອາລິນ ສຸພິມມະປະດິດ)