ກອງປະຊຸມຝືກອົບຮົມ ໃຫ້ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານ ຊ່ວຍວຽກສະມາຊິກສະພາປະຊາຊົນແຂວງ 6 ເມືອງເໜືອ ແລະ ພະນັກງານສະພາປະຊາຊົນແຂວງ ຢູ່ເມືອງນໍ້າບາກ.

ພ.ພ. 24, 2022

      ເພື່ອເຮັດໃຫ້ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານຊ່ວຍວຽກສະມາຊິກສະພາປະຊາຊົນແຂວງມີຄວາມຮູ້ຄວາມສາມາດ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໂດຍສະເພາະ ແມ່ນການປະຕິບັດພາລະບົດບາດ ພິຈາລະນາ ແລະ ຮັບຮອງເອົານິຕິກໍາທີ່ສໍາຄັນ ຂອງແຂວງ, ຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ແລະ ຕິດຕາມກວດກາ ການເຄົາລົບປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການລັດຂັ້ນແຂວງ. ສະນັ້ນ, ໃນວັນທີ 18-20 ພຶດສະພາ 2022 ຄະນະປະຈໍາສະພາປະຊາຊົນແຂວງຈຶ່ງເຫັນດີໃຫ້ຄະນະຮັບຜິດຊອບ ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້ສ້າງຄວາມເຂັ້ມແຂງ ດ້ານວຽກງານຕິດຕາມກວດກາ ແຜນງົບປະມານ ແລະ ຄຸ້ມຄອງໂຄງການລົງທຶນ ຂອງລັດ, ໂດຍການເປັນປະທານ ທ່ານ ວົງສະຫວັນ ເທບພະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີການນຳຂັ້ນແຂວງ, ສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ພະນັກງານຊ່ວຍວຽກເມືອງ ແລະ ແຂວງ ຈໍານວນ 75 ທ່ານ, ຍິງ 15 ທ່ານເຂົ້າຮ່ວມ.

​ກອງປະຊຸມໃນຄັ້ງນີ້ ເພື່ອເປັນການສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກສະພາປະຊາຊົນແຂວງທີ່ປະຈໍາແຂວງ ແລະ ສະມາຊິກສະພາປະຈໍາເຂດເລືອກຕັ້ງ ແລະ ພະນັກງານຊ່ວຍວຽກປະຈໍາເຂດເລືອກຕັ້ງເມືອງນ້ຳບາກ, ເມືອງໂພນທອງ, ເມືອງວຽງຄຳ, ເມືອງງອຍ, ເມືອງປາກອູ ແລະ ນະຄອນ–ຫຼວງພະບາງ, ຊຶ່ງປະກອບມີຫົວຂໍ້ດັ່ງນີ້: 1) ພາລະບົດບາດ ສິດ ແລະ ໜ້າທີ່ ຂອງສະມາຊິກສະພາປະຊາຊົນຂັ້ນແຂວງ, 2) ການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງໂຄງການລົງທືນຂອງລັດ, 3) ການສ້າງແຜນງົບປະມານ ແລະ ການເກັບລາຍຮັບ-ການຄຸ້ມຄອງລາຍຈ່າຍ, 4) ຂັ້ນຕອນ ແລະ ວິທີການຄົ້ນຄວ້າຄໍາຮ້ອງທຸກຂອງສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, 5) ການຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ, 6) ພາລະບົດບາດ ສິດ ແລະ ໜ້າທີ ຂອງຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ໃຫ້ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ແລະ ພະນັກງານຊ່ວຍວຽກ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບບັນຫາຕ່າງໆ ພ້ອມທັງມີການສົນທະນາແລກປ່ຽນບົດຮຽນ ເຊິງກັນ ແລະ ກັນຕື່ມອີກ.


ຈາກນັ້ນ, ປະທານກອງປະຊຸມຍັງໄດ້ແນະນໍາການກະກຽມບົດສະຫຼຸບການຈັດຕັ້ງປະຕິບັດ
ປະຈຳ 6 ເດືອນ ແລະ 1 ປີ ຂອງສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ເພື່ອຄວາມເປັນເອກະພາບໃນການສະຫຼຸບລາຍງານ ໃຫ້ສະພາປະຊາຊົນແຂວງເປັນແຕ່ລະໄລຍະ.

ຂ່າວ ແລະ ພາບ ນາງ ຄໍາຫຼ້າ ພອນພິລາ