ກອງປະຊຸມຝຶກອົບຮົມວຽກງານສື່ມວນຊົນໄອຊີທີ ໃຫ້ພະນັກງານສະພາປະຊາຊົນຂັ້ນແຂວງ 6 ແຂວງພາກເໜືອ

ທ.ວ. 3, 2024

ໃນວັນທີ 25-26 ພະຈິກ 2024 ທີ່ຜ່ານມານີ້, ຄະນະນໍາ ແລະ ພະນັກງານສື່ມວນຊົນຂອງ ສະພາປະຊາຊົນແຂວງຫຼວງພະບາງ ໄດ້ເຂົ້າຮ່ວມພິທີມອບ-ຮັບເຄື່ອງຊ່ວຍເຫຼືອໄອທີ ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ແລະ ເຂົ້າຮ່ວມກອງປະຊຸມການນໍາໃຊ້ລະບົບອິນເຕີເນັດວາຍຟາຍ ແລະ ເຄື່ອງອຸປະກອນໄອຊີທີຢູ່ທີ່ແຂວງອຸດົມໄຊ, ພາຍໃຕ້ການເປັນປະທານ ຂອງທ່ານ ປອ. ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດ, ມີບັນດາທ່ານວິທະຍາກອນທີ່ມາຈາກໂຄງການສະເຕັບ ແລະນັກວິທະຍາກອນ ມາຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ພະນັກງານຜູ້ຮັບຜິດຊອບວຽກງານສື່ມວນຊົນ ເຂົ້າຮ່ວມຈາກ 06 ແຂວງພາກເໜືອ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 49 ທ່ານ, ຍິງ 15 ທ່ານ.

​ ກອງປະຊຸມໄດ້ຮັບຟັງ ການນໍາສະເໜີບົດຮຽນກ່ຽວການນໍາໃຊ້ລະບົບອິນເຕີເນັດວາຍຟາຍ ແລະ ການນໍາໃຊ້ເຄື່ອງມືໄອຊີທີ ແບບມືອາຊີບ ເພື່ອໃຫ້ບັນດາທ່ານນັກສຳມະນາກອນໄດ້ຮັບຮູ້ ແລະ ເຂົ້າໃຈໃນຄວາມຮູ້ພື້ນຖານ ຈາກນັ້ນກໍ່ມີການຈັດກຸ່ມເພື່ອໄດ້ແລກປ່ຽນບົດຮຽນ, ປະສົບການ, ໃນການຈັດຕັ້ງປະຕິບັດວຽກງານໄອຊີທີ ຂອງສະພາປະຊາຊົນແຂວງ ໃນໄລຍະຜ່ານມາ ກອງປະຊຸມຄັ້ງນີ້ໄດ້ໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມ ໄດ້ແລກປ່ຽນຄວາມຄິດ ຄວາມເຫັນຕໍ່ການສົນທະນາຈາກຊ່ຽວຊານຈາກໂຄງການສະເຕັບ ເພື່ອປະຕິບັດຕົວຈິງ ແລະ ລົງເລິກໃນວຽກງານໄອຊີທີແລະ ໃນຫົວຂໍ້ທີ່ມີຄວາມໝາຍຄວາມສົນໃຈ ກ່ຽວກັບຫົວຂໍ້ຂອງບົດຮຽນທີ່ໄດ້ນຳມາສະເໜີໃນກອງປະຊຸມ ພ້ອມທັງ ໃຫ້ບັນດາທ່ານ ນັກວິທະຍາກອນ ແລກປ່ຽນບົດຮຽນ ແລະ ໄດ້ມີຄຳຄິດເຫັນໃນການຕັດຄິບ ແລະ ປະກອບອຸປະກອນໄອຊີທີ, ໃນການຈັດຕັ້ງປະຕິບັດວຽກງານໄອຊີທີໃຫ້ມີຄວາມສອດຄອງກັບໜ້າວຽກທີ່ໄດ້ມອບໝາຍ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງໃນຕໍ່ໜ້າໃຫ້ມີການພັດທະນາ, ຄວາມທັນສະໄໝ ແລະ ເປັນມືອາຊີບ.

ຂ່າວ: ຄໍາຫຼ້າ ພອນພິລາ