

ທັງນີ້, ເພື່ອປຶກສາຫາລືກ່ຽວກັບການກະກຽມບັນດາເນື້ອໃນຕ່າງໆ ທີ່ຈະສະເໜີໃນກອງປະຊຸມສຳມະນາວິທະ ຍາສາດ ກ່ຽວກັບການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ ແລະ ເພື່ອທົບທວນຄືນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ໃນໄລຍະຜ່ານມາ ວ່າມີຄວາມຈໍາເປັນໃນການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ ເພື່ອຮັບໃຊ້ໃຫ້ແກ່ນະໂຍບາຍການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະ ເພື່ອເປັນການຄົ້ນຄວ້າ, ວິໄຈຜົນໄດ້ຮັບ, ຜົນເສຍ, ດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ບົດຮຽນ ທີ່ໄດ້ຮັບຈາກການຍົກເວັ້ນການປະຕິບັດບາງມາດ ຕາຂອງກົດໝາຍ ໃນໄລຍະຜ່ານມາ ບົນພື້ນຖານການສະເໜີຢ່າງມີວິທະຍາສາດ ກ່ຽວກັບທິດທາງແກ້ໄຂ ແລະ ປັບປຸງໃນຕໍ່ໜ້າ; ແລກປ່ຽນບົດຮຽນ ແລະ ລະດົມແນວຄວາມຄິດ ເພື່ອຊອກຫາທາງອອກທີ່ດີທີ່ສຸດ ແນໃສ່ຮັບປະກັນໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໃຫ້ມີຄວາມສັກສິດ ທັງເປັນການສ້າງຄວາມສະດວກ ແລະ ດຶງດູດການລົງທຶນໃຫ້ຫລາຍຂຶ້ນ.
(ພາບ ແລະ ຂ່າວ: ອາລິນ ສຸພິມມະປະດິດ)