(ສພຂ) – ກອງປະຊຸມປະຈໍາປີ 2024 ຂອງຄະນະສະມາຊິກສະພາແຫ່ງຊາດ (ຄສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ໄດ້ຈັດຂຶ້ນເມື່ອວັນທີ 28 ມັງກອນຜ່ານມາ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12; ເຂົ້າຮ່ວມມີທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ບັນດາທ່ານຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນແຂວງ ແລະ ບັນດາພະແນກການອ້ອມຂ້າງແຂວງ, ອົງການທຽບເທົ່າ ແລະ ແຂກຖືກເຊີນ.
ກອງປະຊຸມໄດ້ຮັບຟັງບົດລາຍງານປະຈໍາປີ 2024, ທິດທາງແຜນການປະຈໍາປີ 2025 ແລະ ແຜນການເຄື່ອນ ໄຫວວຽກງານ 5 ປີ (2026-2030) ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12; ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນໄລຍະຜ່ານມາ, ທິດທາງແຜນການຄາດໝາຍສູ້ຊົນໃນປີ 2025 ແລະ ແຜນການ 5 ປີ (2026-2030). ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຢ່າງເລິກເຊິ່ງ ຕໍ່ກັບສະພາບຕົວຈິງໃນການຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້.
ທ່ານ ຄໍາໃບ ດໍາລັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການເຄື່ອນວຽກງານທີ່ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ຍາດມາໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານຕະຫຼອດໄລຍະ 1 ປີທີ່ຜ່ານມາ ທັງຮຽກຮ້ອງທຸກພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ສືບຕໍ່ເອົາໃຈໃສ່ຄົ້ນຄວ້າ, ກຳແໜ້ນບັນດາເນື້ອໃນ, ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເປັນຕົ້ນກຳແໜ້ນເນື້ອໃນຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ບັນດາມະຕິຂອງສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ສະພາປະຊາຊົນແຂວງ ແລະ ຄະນະປະຈໍາສະພາປະຊາຊົນແຂວງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງຂອງຕົນໃຫ້ໜັກແໜ້ນ.
(ເອື້ອ ມະໂນສິງ)