

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ຂອງອົງການປົກຄອງແຂວງ; ບົດລາຍງານການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງສູນກາງ (ໂຄງການລົງທຶນຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດ) ຢູ່ແຂວງໄຊຍະບູລີ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ຂອງພະແນກແຜນການ ແລະ ການລົງທຶນແຂວງ; ບົດລາຍງານການຈັດຕັ້ງປະຕິບັດລາຍຮັບພູດສູນກາງຄຸ້ມຄອງຢູ່ແຂວງໄຊຍະບູລີ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ຂອງພະແນກການເງິນແຂວງ; ລາຍງານຜົນການກວດກາຕາມຜົນຂອງການກວດສອບ ທີ່ອົງການກວດກາແຫ່ງລັດ ມອບໃຫ້ອົງການກວດກາລັດແຂວງຈັດຕັ້ງປະຕິບັດ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022; ບົດລາຍງານຜົນການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງສູນກາງ, ລາຍຮັບພູດສູນກາງຄຸ້ມຄອງ, ການກວດກາຕາມຜົນຂອງການກວດສອບ ທີ່ອົງການກວດກາແຫ່ງລັດມອບໃຫ້ອົງການກວດກາລັດແຂວງຈັດຕັ້ງປະຕິບັດ ຢູ່ແຂວງໄຊຍະບູລີ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ຢູ່ແຂວງໄຊຍະບູລີ ຈາກຕາງໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ; ບົດລາຍງານການເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ; ພ້ອມນັ້ນ, ຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາ ຢ່າງເລິກເຊິ່ງ, ຖືກຕ້ອງ, ສອດຄ່ອງກັບສະພາບຕົວຈິງ ທັງໄດ້ຮັບຟັງການຊີ້ແຈງ ແລະ ຕອບຄໍາຊັກຖາມ ຂອງພະແນກການອົງການທີ່ກ່ຽວຂ້ອງຂອງແຂວງ ເພື່ອພ້ອມກັນຊອກຫາວິທີການ, ມາດຕະການ ໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ຮັບປະກັນການກໍານົດທິດທາງແຜນການໃນຕໍ່ໜ້າ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທໍາຫລາຍຂຶ້ນ.

ໃນຕອນທ້າຍຂອງກອງປະຊຸມ, ຍັງໄດ້ມີການຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິ ບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ຂອງຄະນະ ສສຊ ປະຈໍາເຂດເລືອກຕັ້ງ ແລະ ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນ ທີ່ສູນກາງຄຸ້ມຄອງ, ລາຍຮັບພູດສູນກາງຄຸ້ມຄອງ, ການກວດກາຕາມຜົນຂອງການກວດສອບທີ່ອົງການກວດກາແຫ່ງລັດມອບໃຫ້ອົງການກວດກາລັດແຂວງ ຈັດຕັ້ງປະຕິບັດຢູ່ແຂວງໄຊຍະບູລີ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022.
(ຂ່າວ: ອາລິນ ສຸພິມມະປະດິດ; ພາບ: ອິນທີ ຂຽວສີຟ້າ)