

ກອງປະຊຸມໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຂອງຄະນະເລຂາທິການສະພາແຫ່ງຊາດ; ເຜີຍແຜ່ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຜູ້ປະສານງານກັບລັດຖະບານ ແລະ ນິຕິກຳອື່ນຈຳນວນໜຶ່ງ; ການປະກອບຄຳເຫັນແລກປ່ຽນບົດຮຽນຂອງຄະນະເລຂາທິການສະພາປະຊາຊົນແຂວງ 3 ແຂວງຄື: ອຸດົມໄຊ, ຫົວພັນ ແລະ ແຂວງວຽງຈັນ.

ໂອກາດດັ່ງກ່າວ ທ່ານ ນາງ ປິ່ງຄຳ ລາຊະສິມມາ ໄດ້ກ່າວເປີດກອງປະຊຸມວ່າ: ໄລຍະ 1 ປີຜ່ານມາ ກໍຍັງພົບກັບຄວາມຫຍຸ້ງຍາກສິ່ງທ້າທາຍຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຊຸມປີຕໍ່ໜ້າ ເປັນຕົ້ນ: ກົນໄກລະບອບແບບແຜນວິທີເຮັດວຽກຍັງບໍ່ທັນໂລ່ງລ່ຽນ ແລະ ຜັນປ່ຽນຢ່າງຕັ້ງໜ້າ, ການປັບປຸງ, ບໍາລຸງສ້າງບຸກຄະລາກອນທີ່ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດຍັງຈຳກັດ, ການອໍານວຍຄວາມສະດວກ ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ອື່ນໆ ຍັງບໍ່ທັນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວຈິງ. ສະນັ້ນ, ເພື່ອເສີມຂະຫຍາຍບົດບາດການເປັນເສນາທິການ ຮອບດ້ານໃຫ້ແກ່ສະພາແຫ່ງຊາດ ທັງເປັນການປັບປຸງຖອດຖອນບົດຮຽນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການເມືອງຂອງຄະນະເລຂາທິການມີປະສິດທິພາບດີຂຶ້ນກວ່າເກົ່າ.
(ພາບ ແລະ ຂ່າວ: ນາງ ກຸກກິກ ບຸດດາໄຊ)