loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມທາບທາມຮ່າງກົດໝາຍ ຈໍານວນ 05 ສະບັບ

ພ.ພ. 17, 2022 | ເຂດ 13 ສະ​ຫວັນນະເຂດ

ໃນຕອນເຊົ້າວັນທີ 17 ພຶດສະພາ 2022, ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍ ຈໍານວນ 5 ສະບັບ ທີ່ຈະໄດ້ນໍາເຂົ້າພິຈາລະນາຮັບຮອງເອົາໃນກອງສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງປະກອບມີ: ຮ່າງກົດໝາຍ ວ່າດ້ວຍການປັບປຸງບາງມາຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ, ຮ່າງກົດໝາຍ ວ່າດ້ວຍການປັບປຸງບາງມາຕາຂອງກົດໝາຍວ່າດ້ວຍສານປະຊາຊົນ, ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ), ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ, ຮ່າງກົດໝາຍ ວ່າດ້ວຍການສົ່ງເສີມຈຸນລະວິສະຫາກິດ, ວິສາຫະກິດຂະໝາດນ້ອຍ ແລະ ກາງ (ສະບັບປັບປຸງ), ໂດຍການເປັນປະທານຂອງທ່ານ ຄຳຜັນ ຄູນສະຫວັນ ຄະນະປະຈໍາພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ມີບັນດາຄະນະປະຈຳສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ, ບັນດາອົງການຈັດຕັ້ງມະຫາຊົນ, ພະແນກການອ້ອມຂ້າງແຂວງ, ແລະ ພະນັກງານລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມຈໍານວນໜຶ່ງ.

ກອງປະຊຸມທາບທາມຮ່າງກົດໝາຍໃນຄັ້ງນີ້, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນ, ປະກອບຄໍາຄິດຄຳເຫັນໃສ່ຮ່າງກົດໝາຍ 05 ສະບັບ ຢ່າງກົງໄປກົງມາໂດຍອີງໃສ່ ຄໍາຖາມເຈາະຈິ້ມທີ່ທາງກໍາມາທິການກົດໝາຍ ສະພາແຫ່ງຊາດຕັ້ງຂຶ້ນ ຮ່າງກົດໝາຍທີ່ຜູ້ແທນກອງປະຊຸມປະກອບຄຳເຫັນໃສ່ຫຼາຍກ່ວ່າໝູ່ແມ່ນຮ່າງກົດໝາຍ ວ່າດ້ວຍການປັບປຸງບາງມາຕາຂອງກົດໝາຍວ່າດ້ວຍສານປະຊາຊົນ, ອັນດັບຕໍ່ມາແມ່ນຮ່າງກົດໝາຍ ວ່າດ້ວຍການປັບປຸງບາງມາຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ແລະ ຮ່າງກົດໝາຍອື່ນຕາມລຳດັບ, ກອງປະຊຸມໃນຄັ້ງນີ້ແມ່ນໃຊ້ເວລາ 1 ຄາບເຊິ່ງມີຜູ້ແທນກອງປະຊຸມປະກອບຄໍາເຫັນທັງໝົດ 32 ເທື່ອຄົນ, ຍິງ 2 ເທື່ອຄົນ.

ຜົນສຳເລັດຂອງກອງປະຊຸມ ທາບທາມຮ່າງກົດໝາຍໃນຄັ້ງນີ້ສະແດງເຖິງຄວາມເປັນເຈົ້າການ ແລະ ຄວາມເອົາໃຈໃສ່ຂອງບັນດາຜູ້ແທນກອງປະຊຸມ, ດັ່ງນັ້ນຈິ່ງເຮັດໃຫ້ກອງປະຊຸມມີຄວາມເປັນເອກະພາບກັນທາງດ້ານທັດສະນະແນວຄິດ ແລະ ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.