
ຕອນເຊົ້າຂອງວັນອັງຄານທີ 1 ຕຸລາ 2024 ກອງປະຊຸມຕິດຕາມກວດກາວຽກງານສາມສ້າງ ຂອງຄະນະປະຈໍາສະພາແຫ່ງຊາດ ຢູ່ແຂວງອຸດົມໄຊ ໄດ້ໄຂຂຶ້ນຢູ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ, ໂດຍການເປັນປະທານທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ຄໍາຈັນ ໂສຕາປະເສີດ ກໍາມະການປະຈໍາສະພາແຫ່ງ ຊາດ, ປະທານກໍາມາທິການບັນດາເຜົ່າ ພ້ອມດ້ວຍຄະນະ, ມີທ່ານ ຄໍາດີ ວົງລ້ອມ ປະທານສະພາປະຊາຊົນແຂວງ, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ, ສະມາຊິກສະພາແຫ່ງປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ສະມາຊິກອົງການປົກຄອງເຂົ້າຮ່ວມ ຢ່າງພ້ອມພຽງ.





ຫລັງຈາກນັ້ນ ຜູ້ແທນເຂົ້າຮ່ວມກອງປະຊຸມມີຄໍາເຫັນສະເໜີແລກປ່ຽນກັບຄະນະທຶມງານຢ່າງກົງໄປກົງມາ. ປະຕິບັດຕາມວາລະການເຄື່ອນໄຫວ, ຕອນບ່າຍຂອງວັນດຽວກັນ ທາງຄະນະທິມງານແມ່ນໄດ້ເດີນທາງໄປເຄື່ອນໄຫວເຮັດວຽກຮ່ວມກັບ ອົງການປົກຄອງບ້ານຫລັກ 32 ຕື່ມອີກ.
ພາບ/ຂ່າວ: ສພຂ.