ກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝວິສາມັນເທື່ອທີ 1

ກ.ກ. 6, 2026

(ສພຊ) – ວັນທີ 3-4 ກໍລະກົດ 2026, ສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ເພື່ອກະກຽມຄວາມພ້ອມແກ່ການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໂດຍການເປັນປະທານກອງປະຊຸມຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີບັນດາທ່ານຮອງປະທານ ແລະ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານ-ຮອງປະທານສະພາປະຊາຊົນຂັ້ນແຂວງ ພ້ອມດ້ວຍ ສສຊ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນຂັ້ນແຂວງ 18 ເຂດເລືອກຕັ້ງ ເຂົ້າຮ່ວມຢ່າງພ້ອມພຽງ; ນອກນັ້ນ, ຍັງມີລັດຖະມົນຕີ ແລະ ຮອງລັດຖະມົນຕີ, ຕາງໜ້າກະຊວງ-ອົງການທີ່ກ່ຽວຂ້ອງ ກໍໄດ້ເຂົ້າຮ່ວມກອງປະຊຸມນີ້ເຊັ່ນກັນ.
ໃນພິທີກ່າວເປີດກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນຄັ້ງນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ເນັ້ນໜັກເຖິງຄວາມສໍາຄັນ, ຈໍາເປັນ ຂອງການຈັດກອງປະຊຸມ ເພື່ອກຽມຄວາມພ້ອມໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດ ເຊິ່ງເປັນກົນໄກຂອງສະພາແຫ່ງຊາດໃນແຕ່ລະຊຸດມາແລ້ວ; ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ແຈ້ງກ່ຽວກັບຈຸດປະສົງຕົ້ນຕໍຂອງກອງປະຊຸມ ແມ່ນການຮັບຟັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະງານແຫ່ງລັດ ແລະ ແຜນເງິນຕາ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ໃນໄລຍະ 6 ເດືອນທ້າຍປີ 2026, ການລາຍງານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ປຶກສາຫາລືກ່ຽວກັບຮ່າງກົດໝາຍ 2 ສະບັບ ທີ່ຕິດພັນກັບວາລະແຫ່ງຊາດດັ່ງກ່າວນັ້ນ ຄື: ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່) ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ປັບປຸງ).
ໃນໄລຍະດໍາເນີນກອງປະຊຸມ, ບັນດາທ່ານຮອງປະທານສະພາແຫ່ງຊາດ ໄດ້ຜັດປ່ຽນກັນເປັນປະທານກອງປະຊຸມ ໃນບັນດາບັນຫາທີ່ນໍາເຂົ້າລາຍງານຕໍ່ກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນຄັ້ງນີ້; ບັນດາທ່ານ ສສຊ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ມີເຫດຜົນ ແລະ ເປັນຜົນປະໂຫຍດຫຼາຍ ຕໍ່ບັນດາເອກະສານທີ່ລັດຖະບານນໍາມາລາຍງານ ທັງຈະເປັນພື້ນຖານສໍາຄັນໃນການສືບຕໍ່ປັບປຸງເນື້ອໃນໃຫ້ມີຄວາມຮັດກຸມ, ຈະແຈ້ງ ແລະ ສາມາດນໍາເຂົ້າພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງ ສພຊ ຊຸດທີ X.
ກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນ ແມ່ນການສ້າງຄວາມເປັນເອກະພາບຢ່າງສູງຕໍ່ບັນດາເນື້ອໃນທີ່ຈະນໍາມາປຶກສາຫາລື, ແລກປ່ຽນບົດຮຽນ, ຄໍາຄິດຄໍາເຫັນ ແລະ ມີການສະເໜີວິທີການແກ້ໄຂ ເພື່ອໃຫ້ພາກສ່ວນກ່ຽວຂ້ອງຂອງລັດຖະບານ ນໍາໄປປັບປຸງແກ້ໄຂໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.