ກອງປະຊຸມຍົກສູງຂີດຄວາມສາມາດດ້ານ ການບັນນາທີການເນື້ອໃນ ໃຫ້ພະນັກງານສະພາປະຊາຊົນແຂວງ 18 ແຂວງ ໃນຂອບເຂດທົ່ວປະເທດ

ກ.ຍ. 9, 2024

ໃນວັນທີ 29 ສິງຫາ – 01 ກັນຍາ ທີ່ຜ່ານມານີ້, ນັກຂ່າວ ຂອງ ສະພາປະຊາຊົນແຂວງຫຼວງພະບາງ ໄດ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມ ວຽກງານສື່ມວນຊົນ ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ, ມີບັນດາທ່ານນັກວິທະຍາກອນ ທີ່ມາຈາກກົມສື່ມວນຊົນສະພາແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ນັກສຳມະນາກອນຈາກສະພາປະຊາຊົນແຂວງ 18 ແຂວງ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ ລວມມີ 72​ ທ່ານ, ຍິງ 30 ທ່ານ ເຂົ້າຮ່ວມ.

​ກອງປະຊຸມໄດ້ຮັບຟັງ ການນຳສະເໜີບົດຮຽນກ່ຽວກັບ ການຂຽນຂ່າວຕອບໂຕ້ຖ້ອຍທຳນອງບິດເບືອນຂອງບຸກຄົນບໍ່ດີ, ການບັນນາທິການເນື້ອໃນແລະ ເຕັກນິກການຖ່າຍພາບນິ້ງ–ວິດີໂອ ເພື່ອໃຫ້ບັນດາທ່ານນັກສຳມະນາກອນໄດ້ຮັບຮູ້ ແລະ ເຂົ້າໃຈຄວາມຮູ້ພື້ນຖານ ການຂຽນຂ່າວຕອບໂຕ້ຕໍ່ກັບກຸ່ມຄົນບໍ່ດີ, ການຈຳແນກຂ່າວ, ການເກັບກຳເນື້ອໃນຂ່າວ, ການໃຊ້ຄຳສັບ, ການຈັດວາງສຳນວນໃຫ້ເໝົາສົມ ແລະ ການກວດກາຂ່າວ ເພື່ອຫັນເປັນນັກຂ່າວອາຊີບ; ພ້ອມດຽວກັນນັ້ນ ກໍ່ໄດ້ແລກປ່ຽນບົດຮຽນ, ປະສົບການ, ສິ່ງທ້າທາຍ, ຂໍ້ສະດວກ–ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານສື່ມວນຊົນ ຂອງ ສະພາປະຊາຊົນແຂວງ ໃນໄລຍະຜ່ານມາ ເປັນຄືແນວໃດຫຼັງຈາກນັ້ນ ກອງປະຊຸມໄດ້ໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມ ຈັດເປັນກຸ່ມເພື່ອເຮັດບົດຝຶກຫັດ ກ່ຽວກັບຫົວຂໍ້ຂອງບົດຮຽນທີ່ໄດ້ນຳມາສະເໜີໃນກອງປະຊຸມຄັ້ງນີ້ ພ້ອມທັງຂຶ້ນນຳສະເໜີ ໃຫ້ບັນດາທ່ານນັກວິທະຍາກອນ ໄດ້ມີຄຳຄິດເຫັນ, ໃຫ້ທິດຊີ້ນຳ ໃນການຈັດຕັ້ງປະຕິບັດວຽກງານສື່ມວນຊົນ ຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນ 18 ແຂວງໃນຕໍ່ໜ້າ ໃຫ້ມີການພັດທະນາ, ມີຄວາມທັນສະໄໝຂຶ້ນໄປ ແລະ ເປັນມືອາຊີບ.

ຂ່າວ: ວິລິຍະ ວັນນະສີ