(ສພຊ) – ວັນທີ 24-25 ກັນຍານີ້ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມຄົບຄະນະຂອງກໍາມາທິການເສດຖະກິດ ແລະ ການເງິນ (ກສງ) ພາຍໃຕ້ການເປັນປະທານຂອງທ່ານ ຈັນທະບຸນ ສຸກອາລຸນ ກຳມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ ແລະ ການເງິນ; ເຂົ້າຮ່ວມໂອ້ລົມໂດຍທ່ານ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ທີ່ເປັນກໍາມະການສັງ ກັດໃນ ກສງ, ລັດຖະມົນຕີ-ຮອງລັດຖະມົນຕີຂອງກະຊວງທີ່ກ່ຽວຂ້ອງ, ຕາງໜ້າກໍາມາທິການ ແລະ ຫ້ອງວ່າການຂອງສະພາແຫ່ງຊາດ, ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຈັນທະບຸນ ສຸກອາລຸນ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນເທື່ອທຳອິດຂອງກໍາມາທິການເສດຖະກິດ ແລະ ການເງິນ ເຊິ່ງແມ່ນເວທີສຳຄັນສຳລັບກຳມາທິການໃນການຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນຄຳຄິດເຫັນ, ທົບທວນ, ປະເມີນ ແລະ ສະຫຼຸບຜົນການປະຕິບັດໜ້າທີ່ໃນໄລຍະຜ່ານມາ ທັງພິຈາລະນາບັນຫາ, ຂໍ້ຈຳກັດ, ບົດຮຽນ ແລະ ກຳນົດທິດທາງວຽກງານໃນຕໍ່ໜ້າ ໃຫ້ມີຄວາມຊັດເຈນ ແລະ ສືບຕໍ່ຍົກສູງຄຸນນະພາບວຽກງານການຕິດຕາມກວດກາ, ການວິເຄາະ ແລະ ການໃຫ້ຄຳເຫັນຕໍ່ບັນຫາເສດຖະກິດ-ການເງິນ ໃຫ້ມີຄວາມເລິກເຊິ່ງ, ທັນການ ແລະ ອີງໃສ່ຂໍ້ມູນ ເພື່ອນຳໄປສູ່ຂໍ້ສະເໜີ ແລະ ແຜນວຽກງານທີ່ຊັດເຈນ, ມີຜູ້ຮັບຜິດຊອບ, ມີໄລຍະເວລາ ແລະ ສາມາດຕິດຕາມຜົນໄດ້ ໂດຍສະເພາະບັນດາວຽກສຳຄັນພົ້ນເດັ່ນທີ່ເປັນການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ເປັນທິດທາງແຜນການເພື່ອໃຫ້ພາກສ່ວນກ່ຽວຂ້ອງ ນຳໄປຈັດຕັ້ງປະຕິບັດໃຫ້ມີຄວາມຄືບໜ້າ ແລະ ມີປະສິດທິຜົນຂຶ້ນຕື່ມ.
ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງກໍາມາທິການເສດຖະກິດ ແລະ ການເງິນ ປະຈໍາປີ 2026 ແລະ ທິດທາງແຜນການປະຈໍາປີ 2027; ການລາຍງານຂອງກະຊວງການເງິນ ກ່ຽວກັບການສະຫຼຸບຕີລາ ຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 9 ເດືອນ, ຄາດຄະເນໝົດປີ 2026 ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 177/ສພຊ, ລົງວັນທີ 21 ພະຈິກ 2025 ແລະ ເລກທີ 33/ສພຊ, ລົງວັນທີ 10 ກໍລະກົດ 2026 ແລະ ທິດທາງແຜນການປີ 2027; ການລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2025 ແລະ ການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວຂອງອົງການກວດສອບແຫ່ງລັດ ປະຈໍາປີ 2026 ແລະ ທິດທາງແຜນການປະຈຳປີ 2027; ການລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຂອງອົງການກວດກາແຫ່ງລັດ ປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027; ການລາຍງານສັງເກດຕີລາຄາໃນການຊຸກຍູ້, ຕິດຕາມກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບເລກທີ 177/ສພຊ, ລົງວັນທີ 21 ພະຈິກ 2025; ການລາຍງານຜົນການລົງເຄື່ອນໄຫວຊຸກຍູ້, ຕິດຕາມກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົານະໂຍບາຍຊຸກຍູ້ສົ່ງເສີມກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ສະບັບເລກທີ 165/ສພຊ, ລົງວັນທີ 26 ມິຖຸນາ 2025 ຢູ່ແຂວງວຽງຈັນ ແລະ ແຂວງສະຫວັນນະເຂດ; ນອກນັ້ນ, ຍັງໄດ້ຮັບຟັງລາຍງານການສ້າງ ແລະ ປັບປຸງກົດໝາຍໃນຂົງເຂດເສດຖະກິດ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຈຳນວນ 4 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ (ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍຈະລາຈອນທາງບົກ, ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ, ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳໄຊເບີ. ຈາກນັ້ນ, ໄດ້ພ້ອມກັນສຸມສະຕິປັນຍາ, ຄວາມຮູ້, ຄວາມສາມາດ ເຂົ້າໃນການຄົ້ນຄວ້າ, ສົນທະນາປຶກສາຫາລື, ປະກອບຄວາມເຫັນຢ່າງກົງໄປກົງມາ, ສະເໜີບັນຫາຢ່າງມີຫຼັກການ ແລະ ແນວທາງແກ້ໄຂທີ່ເປັນຮູບປະທຳ ໂດຍທຽບໃສ່ພຶດຕິກຳຕົວຈິງໃນສະພາບປັດຈຸບັນທີ່ເກີດຂຶ້ນຢູ່ທ້ອງຖິ່ນ ແລະ ຂະແໜງການຂອງຕົນ ເພື່ອເຮັດໃຫ້ມີເນື້ອໃນທີ່ຄົບຖ້ວນ, ສົມບູນ.
ທ່ານ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ກໍາມາທິການເສດຖະກິດ ແລະ ການເງິນ ຍາດມາໄດ້ ທັງເນັ້ນໜັກໃຫ້ເອົາໃຈໃສ່ປະຕິບັດພາລະບົດບາດໃນການສ້າງ ແລະ ປັບປຸງກົດໝາຍ, ຕິດຕາມກວດ ກາການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ; ເອົາໃຈໃສ່ລົງເລິກຄົ້ນຄວ້າ, ວິເຄາະວິໄຈບັນຫາໃຫ້ເລິກເຊິ່ງ; ເປັນເຈົ້າການ, ເຂົ້າຮ່ວມແຕ່ຫົວທີການທາບທາມຄຳຄິດຄໍາເຫັນຈາກປະຊາຊົນ ແລະ ຜູ້ປະກອບການ ຕໍ່ຮ່າງກົດໝາຍໃຫ້ກວ້າງຂວາງ ແລະ ເຂົ້າສູ່ລວງເລິກກວ່າເກົ່າ; ສ້າງກົນໄກວິທີການເຮັດວຽກຮ່ວມກັບບັນດາກະຊວງ ແລະ ຂະແໜງການທ້ອງຖິ່ນ ແລະ ກຳມາທິການທີ່ກ່ຽວຂ້ອງແຕ່ຫົວທີ ໃນການຄົ້ນຄວ້າ, ວິເຄາະວິໄຈແຕ່ລະບັນຫາ ຕາມພາລະບົດບາດ ແລະ ກົດໝາຍທີ່ກໍານົດໄວ້; ເອົາໃຈໃສ່ຄົ້ນຄວ້າ, ວິເຄາະວິໄຈ, ລົງເລິກຢ່າງລະອຽດຊັດເຈນ ບົນພື້ນຖານມີຂໍ້ມູນຫຼັກການວິທະຍາສາດ ແລະ ເຫັນໄດ້ຜົນໄດ້ຜົນເສຍໃນໄລຍະສັ້ນ-ໄລຍະຍາວຂອງປະເທດຊາດ ເປັນພື້ນຖານ ແລະ ຜົນປະໂຫຍດລວມຂອງປະຊາຊົນເປັນສິ່ງສຳຄັນ; ເອົາໃຈໃສ່ຕິດຕາມ ແລະ ປະສານສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າຜັນຂະຫຍາຍມະຕິ 04/ກມສພ; ສືບຕໍ່ເອົາໃຈໃສ່ວຽກງານຕິດຕາມກວດກາຢ່າງປົກກະຕິ ແລະ ເສີມສ້າງການປະສານງານກັບບັນດາກະຊວງ, ອົງການ, ທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ເພື່ອໃຫ້ການຕິດຕາມກວດກາມີຂໍ້ມູນຮອບດ້ານ ແລະ ຂໍ້ສະເໜີມີຄວາມເປັນໄປໄດ້.
(ນາງ ອາລິນ ສຸພິມມະປະດິດ)

