…………………………………………………….
ຕອນບ່າຍວັນທີ 03 ເມສາ 2026, ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍການເປັນປະທານຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ, ກໍາມະການສູນກາງພັກ, ເລຂາຄະນະພັກ ນວ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີທ່ານ ສິລິລາດທົງສິນ ທອງເພັງ ຮອງເລຂາຄະນະພັກ, ປະທານ ຄະນະກໍາມະການປົກຄອງ ນະຄອນຫຼວງ, ບັນດາທ່ານການນໍາ ນະຄອນຫຼວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໄດ້ດຳເນີນມາເປັນເວລາ 03 ວັນ ເລີ່ມແຕ່ວັນທີ 01-03 ເມສາ 2026, ເຊິ່ງເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ເຄັ່ງຮ້ອນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ຂອງບັນດາທ່ານ ສະມາຊິກສະພາສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ໃນການພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນສຳຄັນ ທີ່ນຳມາພິຈາລະນາໃນກອງປະຊຸມຄັ້ງນີ້ ຢ່າງມີຜົນສຳເລັດຈົບງາມ ເຊິ່ງໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງນະຄອນຫຼວງວຽງຈັນ ດັ່ງນີ້:
1) ໄດ້ຮັບຮອງເອົາຜົນການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະ ຂອງສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V;
2) ໄດ້ດຳເນີນການເລືອກຕັ້ງ ຕຳແໜ່ງສຳຄັນຕ່າງໆ ຂອງອົງການອຳນາດລັດ ຂັ້ນນະຄອນຫຼວງວຽງຈັນ ຄື: ເລືອກຕັ້ງ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ຮອງປະທານ ສະພາປະຊາຊົນ, ຄະນະປະຈຳສະພາປະຊາຊົນ, ເລືອກຕັ້ງ ປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ, ຮອງປະທານຄະນະກຳມະການປົກຄອງ, ຫົວໜ້າອົງການໄອຍະການປະຊາຊົນ ພາກກາງ, ປະທານອົງການກວດກາລັດ ນະຄອນຫຼວງ, ປະທານສານປະຊາຊົນ, ຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ; ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາກົງຈັກການຈັດ ຕັ້ງ ແລະ ບຸກຄະລາກອນ ຂອງສະພາປະຊາຊົນ; ຮັບຮອງເອົາໂຄງປະກອບກົງຈັກ ຂອງຄະນະກຳມະການປົກ ຄອງນະ ຄອນຫຼວງ ແລະ ບຸກຄະລາກອນທີ່ເປັນຫົວໜ້າພະແນກ, ຫົວໜ້າອົງການລັດທຽບເທົ່າພະແນກ ຂັ້ນນະຄອນຫຼວງວຽງຈັນ ຊຸດໃໝ່.
3) ໄດ້ພິຈາລະນາ, ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 5 ປີ (2026-2030) ຂອງນະຄອນຫຼວງວຽງຈັນ.
4) ໄດ້ພິຈາລະນາ, ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາລັດ ນະຄອນຫຼວງວຽງຈັນ ແລະ ອົງການກວດກສອບປະຈຳພາກກາງ 1.
5) ໄດ້ພິຈາລະນາ, ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາປະຊາຊົນ ນະຄອນຫຼວງ ຊຸດທີ V.
6) ໄດ້ພິຈາລະນາ ແລະ ຮັບຮອງເອົາແຜນການສ້າງ ແລະ ປັບປຸງນິຕິກໍາ 5 ປີ (2026-2030) ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V.
7) ໄດ້ພິຈາລະນາ, ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ພາກກາງ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ.
ເຊິ່ງໃນໄລຍະກອງປະຊຸມ ພວກເຮົາກໍໄດ້ຮັບຄໍາຄິດຄໍາເຫັນ ແລະ ການສະເໜີ ຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນຈໍານວນທັງໝົດ 18 ເລື່ອງ ແລະ ໄດ້ມອບໝາຍໃຫ້ພາກສ່ວນຂະແໜງການກ່ຽວຂ້ອງ ຂອງຄະນະກໍາມະການປົກຄອງ ນະຄອນຫຼວງ ໄປຄົ້ນຄວ້າແກ້ໄຂໃຫ້ທັນເວລາ ແລະ ຄ່ອງຕົວ;
ພ້ອມນີ້, ໃນກອງປະຊຸມ ທຸກພາກສ່ວນ ຂອງນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ສືບຕໍ່ຊ່ວຍເຫຼືອຄອບຄົວປະຊາຊົນ ຜູ້ປະສົບໄພພິບັດ ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນຢ່າງຮີບດ່ວນ ແລະ ທັນການ, ພ້ອມນີ້ ບັນດາທ່ານ ສະມາຊິກສະພາແຫ່ງຊາດ, ບັນດາທ່ານ ສະມາຊິກສະພາປະຊາຊົນ ນະຄອນຫຼວງ ກໍໄດ້ສະເໜີຄະນະກໍາມະການປົກຄອງ ນະຄອນຫຼວງ ແລະ ເມືອງ ສືບຕໍ່ຊ່ວຍເຫຼືອ ແລະ ຟື້ນຟູທີ່ຢູ່ອາໄສ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ກັບເຂົ້າສູ່ສະພາບປົກກະຕິໂດຍໄວ;
ຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້, ຖືເປັນໝາກຜົນແຫ່ງການຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນ ນະ ຄອນຫຼວງວຽງຈັນ ໃນການຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາເນື້ອໃນສຳຄັນຕ່າງໆ ທີ່ຈະນຳມາພິຈາລະນາໃນກອງປະ ຊຸມໄດ້ຮັບຜົນສຳເລັດເປັນຢ່າງດີ.


