‎ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນກໍລະກົດ

ສ.ຫ. 9, 2026

‎ (ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນກໍລະກົດ ໄດ້ຈັດຂຶ້ນລະຫວ່າງວັນທີ 6-7 ສິງຫາ 2026 ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ພະນັກງານວິຊາການຂອງກະຊວງ, ອົງການທີ່ກ່ຽວຂ້ອງ ຈຳນວນໜຶ່ງ.
‎ ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນ ທີ່ຕິດພັນກັບສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ເຊິ່ງໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສະພາແຫ່ງຊາດ ເປັນຕົ້ນ: ໄດ້ຮັບຟັງການລາຍງານຜົນການຮຽບຮຽງກົດໝາຍ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງຊາດ (ສ້າງໃໝ່) ທີ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຮັບຮອງເອົາ; ພິຈາລະນາຄົ້ນຄວ້າກົນໄກການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຂອງກໍາມາທິການກົດໝາຍ ແລະ ຍຸຕິທຳ; ພິຈາລະນາການໃຫ້ສັດຕະຍາບັນວ່າດ້ວຍການຊ່ວຍເຫຼືອເຊິ່ງກັນແລະກັນທາງດ້ານກົດໝາຍໃນບັນຫາອາຍາ ລະຫວ່າງ ສປປລາວ ແລະ ສ.ເກົາຫຼີ; ພິຈາລະນາຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ X; ຮັບຟັງລາຍງານກ່ຽວກັບການກະກຽມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 35 ປີ. ກອງປະຊຸມຍັງໄດ້ພິຈາລະນາໜັງສືສະເໜີຂອງລັດຖະບານ ກ່ຽວກັບການນໍາໃຊ້ທີ່ດິນເຂົ້າໃນໂຄງການກໍ່ສ້າງແລວສາຍສົ່ງໄຟຟ້າແຮງສູງຢູ່ບາງແຂວງພາກເໜືອ; ພິຈາລະນາກ່ຽວກັບການຍົກເວັ້ນອາກອນມູນຄ່າເພີ່ມ ເພື່ອປະຕິບັດນະໂຍບາຍອຸດໜູນຄ່າໄຟຟ້າພາກທີ່ຢູ່ອາໄສ ສຳລັບຜູ້ມີລາຍໄດ້ຕໍ່າ; ພິຈາລະນາການແຕ່ງຕັ້ງບຸກຄະລາກອນຂອງສານປະຊາຊົນ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທຳຂອງປະຊາຊົນຈໍານວນໜຶ່ງ.