

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນມັງກອນ 2023 ໄດ້ຮັບຟັງການລາຍງານການສະຫຼຸບຕີລາຄາຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ລາຍງານການກະກຽມໃຫ້ແກ່ກອງປະຊຸມລັດຖະສະພາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ (CLV), ລາຍງານແຜນການຮຽບຮຽງກົດໝາຍ ຈຳນວນ 12 ສະບັບ ທີ່ຜ່ານການພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ລາຍງານການກະກຽມແຜນການຈັດຕັ້ງທາບທາມຮ່າງກົດໝາຍ ຈຳນວນ 13 ສະບັບ ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ບັນດາເຂດເລືອກຕັ້ງທົ່ວປະເທດ ແລະ ວຽກງານອື່ນໆຈຳນວນໜຶ່ງ ຈາກຄະນະເລຂາທິການສະພາແຫ່ງຊາດ, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ກຳມາທິການການຕ່າງປະເທດ ແລະ ກຳມາທິການກົດໝາຍ. ພ້ອມນັ້ນ, ບັນດາທ່ານທີ່ເຂົ້າຮ່ວມ ຍັງໄດ້ຄົ້ນຄວ້າ ແລະ ພິຈາລະນາປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ເຮັດໃຫ້ບົດລາຍງານຕ່າງໆມີເນື້ອໃນຄົບຖ້ວນຍິ່ງຂຶ້ນ.
