(ສພຊ) – ວັນທີ 27 ເມສາ 2026, ທ່ານ ນາງ ດາລານີ ພົມມະວົງສາ ສະມາຊິກສະພາແຫ່ງຊາດ (ສສຊ), ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະຜູ້ແທນສະພາແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມະການປະສານງານສະມາຊິກລັດຖະສະພາເພດຍິງໄອປາ ຫຼື ໄວປາ (WAIPA) ຄັ້ງທີ 5 ໃນຮູບແບບທາງໄກ ພາຍໃຕ້ຫົວຂໍ້ “ສົ່ງເສີມການຫັນປ່ຽນວຽກງານບົດບາດຍິງ-ຊາຍຂອງລັດຖະສະພາ ໄປສູ່ປະຊາຄົມອາຊຽນທີ່ກວມລວມ ແລະ ມີຄວາມພ້ອມໃນອະນາຄົດ” ໂດຍການເປັນປະທານຂອງທ່ານ ນາງ ແອນ ມາຕິແບັກ (Ann Matibag) ປະທານກອງປະຊຸມສະມາຊິກລັດຖະສະພາເພດຍິງໄອປາ ເຊິ່ງມີທ່ານເລຂາທິການໃຫຍ່ໄອປາ, ສະມາຊິກລັດຖະສະພາເພດຍິງຈາກບັນດາລັດຖະສະພາທີ່ເປັນສະມາຊິກໄອປາ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຍົກສູງຄວາມຮັບຮູ້ໃຫ້ແກ່ສະມາຊິກລັດຖະສະພາເພດຍິງ ກ່ຽວກັບການຫັນປ່ຽນດ້ານບົດບາດຍິງ-ຊາຍຂອງລັດຖະສະພາ ໄປສູ່ປະຊາຄົມອາຊຽນທີ່ກວມລວມ ແລະ ມີຄວາມພ້ອມໃນອະນາຄົດ ທັງເປັນການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານ ແລະ ຂອບແຜນການຈັດຕັ້ງປະຕິບັດການສົ່ງເສີມການມີສ່ວນຮ່ວມທາງດ້ານການເມືອງ ແລະ ການເປັນຜູ້ນໍາຂອງແມ່ຍິງ (WPPL) ໃນປີ 2024-2025 ຂອງບັນດາປະເທດສະມາຊິກໄອປາ.
ໃນກອງປະຊຸມ ໄດ້ມີການສົນທະນາ, ປຶກສາຫາລື ແລະ ແລກປ່ຽນຄໍາເຫັນ ຕໍ່ກັບຫົວຂໍ້ທີ່ນຳມາແລກປ່ຽນ ເຊິ່ງຄະນະຜູ້ແທນລາວໄດ້ປະກອບຄໍາເຫັນຕໍ່ກັບຫົວຂໍ້ “ການຫັນປ່ຽນລັດຖະສະພາດ້ານບົດບາດຍິງ-ຊາຍຂອງລັດຖະສະພາ ທີ່ບໍ່ພຽງແຕ່ເປັນການເພີ່ມຈຳນວນຂອງເພດຍິງໃນຕຳແໜ່ງການຕັດສິນໃຈ, ແຕ່ຍັງກ່ຽວກັບການຫັນປ່ຽນລະບົບ, ໂຄງສ້າງ ແລະ ວັດທະນະທຳ ທີ່ກຳນົດວິທີການຕັດສິນໃຈຂອງເຂົາເຈົ້າ ເຊິ່ງລັດຖະສະພາມີບົດບາດສຳຄັນໃນການນຳພາການປ່ຽນແປງນີ້ ໂດຍການປັບປຸງກົດໝາຍ, ນະໂຍບາຍຕ່າງໆ ແລະ ນຳໃຊ້ກົນໄກການກວດກາໃຫ້ສອດຄ່ອງກັບຫຼັກການຂອງຄວາມສະເໝີພາບຍິງ-ຊາຍ…”. ນອກນັ້ນ, ຍັງໄດ້ລາຍງານຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານການສົ່ງເສີມການມີສ່ວນຮ່ວມທາງດ້ານການເມືອງ ແລະ ການເປັນຜູ້ນໍາຂອງແມ່ຍິງ ຂອງ ສປປລາວ, ເຫັນວ່າພວກເຮົາໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ ສສຊ ເພດຍິງ ເພື່ອເພີ່ມຂີດຄວາມສາມາດໃນການປະຕິບັດໜ້າທີ່ສຳຄັນໃນຖານະທີ່ເປັນຕົວແທນຂອງປະຊາຊົນ; ພ້ອມນັ້ນ, ສະພາແຫ່ງຊາດຍັງໄດ້ດຳເນີນການເກັບກຳ ແລະ ວິເຄາະບົດບາດຍິງ-ຊາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຂອງ ສປປລາວ ໃນປິ 2025, ຖືໄດ້ວ່າເປັນຄັ້ງທຳອິດໃນອາຊຽນ ແລະ ເປັນການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມກ່ຽວກັບບົດບາດຂອງແມ່ຍິງໃນເວທີການເມືອງ ເຊິ່ງຜົນການວິເຄາະດັ່ງກ່າວໄດ້ສົ່ງຜົນເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ໃນເດືອນກຸມພາຜ່ານມາ ມີ ສສຊ ເພດຍິງກວມເອົາ 29.71%.
ຜົນຂອງກອງປະຊຸມຄັ້ງນີ້ ຈະຖືກນໍາໄປພິຈາລະນາ ແລະ ຮັບຮອງໃນກອງປະຊຸມໄອປາ ຄັ້ງທີ 47 ເຊິ່ງຈະຈັດຂຶ້ນທີ່ປະເທດຟິລິບປິນ ໃນລະຫວ່າງວັນທີ 19-25 ຕຸລາ 2026.

