(ສພຊ) – ວັນທີ 09 ເມສາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮອບເສື້ອຈາກກອງທຶນຊ່ວຍເຫຼືອ ສັງຄົມຂອງສະພາແຫ່ງຊາດ ໃຫ້ແກ່ຄະນະເລຂາທິການສະພາແຫ່ງຊາດ ເນື່ອງໃນໂອກາດປີໃໝ່ລາວ ພສ. 2567, ກ່າວມອບໂດຍທ່ານ ນາງ ມະນີວັນ ເຍຍປາວເຮີ ຮອງປະທານກອງທຶນ ແລະ ຕາງໜ້າຮັບໂດຍທ່ານ ຮສ. ປອ. ລິນ ຄຳ ດວງສະຫວັນ ເລຂາທິການສະພາແຫ່ງຊາດ ເຊິ່ງເສື້ອທີ່ນຳມາມອບໃນຄັ້ງນີ້ມີ ຈຳນວນ 485 ຜືນ ມູນຄ່າ 31.525.000 ກີບ ເພື່ອມອບໃຫ້ແກ່ການນຳ ແລະ ພະນັກງານພາຍໃນສະພາແຫ່ງຊາດ.
![](https://na.gov.la/wp-content/uploads/2024/04/436261848_942706061192213_983561396474607221_n.jpeg)
ໃນໂອກາດນີ້, ທ່ານເລຂາທິການສະພາແຫ່ງຊາດ ກໍໄດ້ມອບໃບຍ້ອງຍໍເພື່ອເປັນການສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນຕໍ່ຄະນະກອງທຶນດັ່ງກ່າວ.
![](https://na.gov.la/wp-content/uploads/2024/04/435574084_942706284525524_1299403881016843390_n.jpeg)
(ພາບ ແລະ ຂ່າວ: ນາງ ໄຊໂສພາພອນ ມິ່ງມຸງຄຸນ)