loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ມອບອຸປະກອນການແພດ ມູນຄ່າ 350 ລ້ານກີບ ໃຫ້ສູນການແພດຟື້ນຟູໜ້າທີ່ການ

ມ.ຖ. 20, 2023 | SlideMobile, ຂ່າວເດັ່ນ

(ສພຊ) ເພື່ອເປັນການອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານ ຂອງບັນດາພະນັກງານແພດໝໍ ແລະ ຢ້ຽມຢາມໂອ້ລົມໃຫ້ກໍາລັງໃຈໃຫ້ແກ່ຜູ້ທີ່ປະຕິບັດວຽກງານດັ່ງກ່າວ ໃນວັນທີ 17 ມີນາ 2023 ກອງທຶນຊ່ວຍເຫຼືອສັງຄົມ ສະພາແຫ່ງຊາດ ຮ່ວມກັບ ກໍາມະການຕ້ານສະກັດກັ້ນ ແລະ ຮັບມືໄພພິບັດຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມູນນິທິຊ່ວຍເຫຼືອຄົນທຸກຍາກສາຂານະຄອນຫຼວງວຽງຈັນ ນໍາໂດຍທ່ານ ດຣ. ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ມອບເຄື່ອງອຸປະກອນການ ແພດໃຫ້ສູນການແພດຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໂດຍການຕ້ອນຮັບຂອງທ່ານ ດຣ. ທອງເພັດ ສິດທິວັນ ຫົວໜ້າສູນການແພດຟື້ນຟູໜ້າທີ່ການ ມີພຣະອາຈານ ປອ. ພົງສະຫວັນ ອານຸສີນ ປະທານທີ່ປຶກສາກຳມະການຕ້ານ, ສະກັດກັ້ນ ແລະ ຮັບມືໄພພິບັດຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ພະນັກງານພາຍໃນ ສູນການແພດຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກເຂົ້າຮ່ວມ.
ໃນໂອາດດັ່ງກ່າວ ຄະນະ ໄດ້ຮັບຟັງການກ່າວຕ້ອນຮັບ ແລະ ລາຍງານວຽກງານການແພດຟື້ນຟູໜ້າທີ່ການ ແລະ ພາລະບົດບາດຂອງສູນ. ຈາກນັ້ນ, ທ່ານ ດຣ. ນາງ ວິພາວັນ ພົມວິຫານ ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວມອບອຸປະກອນການແພດ ແລະ ທ່ານ ດຣ. ທອງເພັດ ສິດທິວັນ ມີຄໍາເຫັນກ່າວຮັບເຄື່ອງອຸປະກອນດັ່ງກ່າວ.
ອຸປະກອນການແພດທີ່ນໍາມາມອບໃນຄັ້ງນີ້ ລວມມູນຄ່າທັງໝົດ 350 ລ້ານກີບ. ຈາກນັ້ນ, ຄະນະກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ຍັງໄດ້ສືບຕໍ່ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະ ປະທານບໍລິຫານງານໂຮງໝໍກະເສມລາດ ເຊິ່ງໄດ້ຮັບການຕ້ອນຮັບຈາກທ່ານ ດຣ. ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ປະທານຜູ້ບໍລິຫານໂຮງໝໍກະເສມລາດ ພ້ອມດ້ວຍຄະນະ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)