ກວທສ ເຄື່ອນໄຫວວຽກງານຢູ່ອຸດົມໄຊ

ພ.ພ. 15, 2025 | banner, SlideMobile, ຂ່າວ ສພຊ

(ສພຂ) – ຕອນເຊົ້າວັນທີ 12 ພຶດສະພາຜ່ານມາ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ອຸດົມໄຊ, ທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ປະທານກຳມາທິການວັດທະນະທຳ-ສັງຄົມ (ກວທສ) ພ້ອມດ້ວຍຄະນະ ໄດ້ພົບປະທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ຄະນະ ເພື່ອແຈ້ງຈຸດປະສົງຂອງການເຄື່ອນໄຫວວຽກງານຢູ່ແຂວງອຸດົມໄຊ.
ຕອນບ່າຍ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມີກອງປະຊຸມຮ່ວມລະຫວ່າງກຳມາທິການວັດທະນະທໍາ-ສັງຄົມ ກັບ ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ສະພາປະຊາຊົນແຂວງ ແລະ ບັນດາພະແນກການ, ອົງການອ້ອມຂ້າງແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ບຸນຕາ ເທບພະວົງ ແລະ ທ່ານ ຄຳດີ ວົງລ້ອມ; ມີທ່ານ ຄໍາມະນີ ໄຊດວງຕາ ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ- ຮອງຫົວໜ້າພະແນກການ, ອົງການ ແລະ ພະນັກງານຈາກຂະແໜງກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງມີຈຸດປະສົງເພື່ອຕິດຕາມກວດກາ, ເກັບກໍາຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ ປະຈໍາປີ 2025 ເພື່ອລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX.
ໃນກອງປະຊຸມ, ທ່ານ ຄຳດີ ວົງລ້ອມ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມຂອງແຂວງ ໃນໄລຍະ 4 ເດືອນຕົ້ນປີ 2025 ແລະ ຜົນສຳເລັດທີ່ພົ້ນເດັ່ນຕ່າງໆ; ພ້ອມກັນນັ້ນ, ກໍໄດ້ຮັບຟັງການລາຍງານຈາກບັນດາພະແນກການ ຕາມຄໍາຖາມເຈາະຈີ້ມຂອງຄະນະຮັບຜິດຊອບ ໂດຍສະເພາະແມ່ນການສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ ເປັນຕົ້ນ: ຂົງເຂດສຶກສາທິການ ແລະ ກິລາ, ຂົງເຂດສາທາລະນະສຸກ, ຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ, ຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊິ່ງແຕ່ລະຂົງເຂດ ໄດ້ສຸມໃສ່ປະຕິບັດໜ້າທີ່ຂອງຕົນຕາມການມອບໝາຍ ແລະ ແກ້ໄຂບັນຫາທີ່ຄົງຄ້າງໄດ້ຕາມແຜນການທີ່ກຳນົດໄວ້.
ປະຕິບັດຕາມແຜນການເຄື່ອນໄຫວ, ປະທານ ກວທສ ພ້ອມດ້ວຍຄະນະ ແລະ ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ຈະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍແຂວງ, ໂຮງຮຽນວິຊາຊີບ, ຄະ ນະນໍາ ແລະ ຫ້ອງການກ່ຽວຂ້ອງຂອງເມືອງຫຼາ ພ້ອມທັງຢ້ຽມຊົມແຫຼ່ງທ່ອງທ່ຽວ ແລະ ສະຖານທີ່ຕ່າງໆ ຕື່ມອີກ.