ກວດກາເນື້ອໃນ​ຮ່າງກົດໝາຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ

ກ.ຍ. 13, 2026

(ສພຊ) – ກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນວັນທີ 11-12 ກັນຍານີ້ ຢູ່ເມືອງວັງວຽງ ແຂວງວຽງຈັນ​ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ເຂົ້າຮ່ວມມີບັນດາທ່ານຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຕາງໜ້າຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ ແລະ ອົງການທີ່ກ່ຽວຂ້ອງ, ແລະ ແຂກຖືກເຊີນ; ​ກອງປະຊຸມຄັ້ງນີ້ ຈັດຂຶ້ນຕາມແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2026 ເພື່ອກວດກາເນື້ອໃນຮ່າງກົດໝາຍໃຫ້ມີຄວາມຮັດກຸມ, ສອດຄ່ອງກັບລັດຖະທຳມະນູນ ແລະ ຕອບສະໜອງໄດ້ກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ​ ທັງເປັນການປະຕິບັດຕາມຂັ້ນຕອນເພື່ອກະກຽມນຳເຂົ້າພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ.
​ ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ເນັ້ນເຖິງຄວາມສໍາຄັນໃນການປັບປຸງຮ່າງກົດໝາຍຄັ້ງນີ້ ເນື່ອງຈາກການຂະຫຍາຍຕົວຂອງເຕັກໂນໂລຊີດິຈິຕອນ, ອິນເຕີເນັດ, ສື່ສັງຄົມອອນລາຍ ແລະ ທຸລະກຳທາງການເງິນໃນປັດຈຸບັນ ເພີ່ມຂຶ້ນຢ່າງມະຫາສານ ເຊິ່ງເຮັດໃຫ້ອາຊະຍາກຳທາງໄຊເບີມີຮູບແບບການກະທຳຜິດທີ່ສະຫຼັບຊັບຊ້ອນ ແລະ ສ້າງຄວາມເສຍຫາຍທາງເສດຖະກິດຢ່າງຫຼວງຫຼາຍ;​ ປະກອບກັບກົດໝາຍສະບັບນີ້ທີ່ນຳໃຊ້ມາ 11 ປີ ພົບວ່າຫຼາຍມາດຕາບໍ່ທັນສອດຄ່ອງກັບພາກປະຕິບັດຕົວຈິງ.
ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງໃນ 4 ປະເດັນຕົ້ນຕໍຄື: ​ການປ່ຽນຊື່ຈາກ “ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ” ເປັນ “ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ” ເພື່ອໃຫ້ສອດຄ່ອງກັບເນື້ອໃນ ແລະ ການກຳນົດໂທດທາງອາຍາ,​ ​ຄະນະກຳມະການ​ຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ (ມີ 5 ມາດຕາ) ເປັນພາກທີ່ກຳນົດເຂົ້າໃໝ່,​ ຂອດກົນໄກການຮ່ວມມືສາກົນ​ ເນື່ອງຈາກຜູ້ກະທຳຜິດສ່ວນໃຫຍ່ເປັນຄົນຕ່າງປະເທດ,​ ການປົກປ້ອງເຈົ້າໜ້າທີ່ ແລະ ພະນັກງານທີ່ປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດໃຈ.
ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຈະຖືກສັງລວມ ແລະ ລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາຕາມຂັ້ນຕອນຕໍ່ໄປ.

(ອານສອນ ພູມມີທອນ)