(ສພຊ) ເພື່ອຮັບປະກັນທາງດ້ານເນື້ອໃນຂອງຮ່າງກົດໝາຍວ່າດ້ວຍລະບົບການຊຳລະ (ສະບັບປັບປຸງ) ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ມີການຄົ້ນຄວ້າຮ່າງກົດໝາຍມີຄວາມຮັດກຸມ, ຈະແຈ້ງ, ສອດຄ່ອງກັບແນວທາງນະໂຍບາຍຂອງລັດ, ລັດຖະທຳມະນູນ, ກົດໝາຍອື່ນ, ສົນທິສັນຍາສາກົນ ທີ່ ສປປລາວ ເປັນພາຄີ ແລະ ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ໃນລະຫວ່າງວັນທີ 7-9 ກັນຍາ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍລະບົບການຊຳລະ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີບັນດາທ່ານ ຮອງຜູ້ວ່າການທະນາຄານ ແຫ່ງ ສປປລາວ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານຄະນະທີ່ປຶກສາຂອງຄະນະປະຈໍາສະພາແຫ່ງຊາດ, ທ່ານ ຜູ້ຕາງໜ້າກົມກົດໝາຍ ກະຊວງຍຸຕິທຳ, ກົມນິຕິກຳ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກົມກົດໝາຍ ຫ້ອງວ່າການປະທານປະເທດ, ຫົວໜ້າກົມ, ຮອງຫົວໜ້າກົມ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ.

ກອງປະຊຸມໄດ້ຮັບຟັງບົດສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍລະບົບການຊຳລະ ໂດຍທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປລາວ.
