ກວດກາເນື້ອໃນຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ກ.ຍ. 16, 2026

(ສພຊ) – ກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນວັນທີ 14-15 ກັນຍານີ້ ຢູ່ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ ແລະ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, , ເຂົ້າຮ່ວມມີທ່ານ ປອ. ວັນໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ບັນດາທ່ານຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ, ກຳມະການປະຈຳກຳມາທິການ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການທີ່ກ່ຽວຂ້ອງ ແລະ ກອງເລຂາຊ່ວຍວຽກ.
​ ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ເປັນເວລາ 12 ປີ ເຫັນວ່າຍັງມີຫຼາຍມາດຕາທີ່ກໍານົດໃນກົດໝາຍ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ ແລະ ກໍມີຫຼາຍບັນຫາທີ່ເກີດຂຶ້ນໃນສັງຄົມ ເຊິ່ງເນື້ອໃນກົດໝາຍສະບັບນີ້ ບໍ່ໄດ້ກໍານົດ ຫຼື ກໍານົດແລ້ວ ແຕ່ກໍບໍ່ສາມາດປະຕິບັດໄດ້ ຈຶ່ງເປັນເຫດຜົນໃນການປັບປຸງໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ; ດັ່ງນັ້ນ, ຄະນະຮັບຜິດຊອບໄດ້ປະເມີນຜົນການຈັດຕັ້ງປະຕິບັດ ແລະ ດໍາເນີນການປັບປຸງຕາມຂັ້ນຕອນການສ້າງກົດໝາຍ ໂດຍມີການທາບທາມຄໍາເຫັນຢູ່ສູນກາງ ແລະ ທ້ອງຖິ່ນ, ຜ່ານກອງປະຊຸມກວດກາຄວາມສອດຄ່ອງຈາກກະຊວງຍຸຕິທໍາ, ແລະ ຜ່ານການພິຈາລະນາໃນກອງປະຊຸມລັດຖະບານແລ້ວ ລັດຖະບານຈຶ່ງໄດ້ສະເໜີຮ່າງກົດໝາຍດັ່ງກ່າວຕໍ່ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ແລ້ວມອບສິດໃຫ້ກໍາມາທິການກົດໝາຍ ແລະ ຍຸຕິທໍາ ສົມທົບກັບກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດກອງປະຊຸມໃນຄັ້ງນີ້.
​ ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງໃນ 5 ປະເດັນຕົ້ນຕໍຄື: 1) ການແບ່ງຂັ້ນຄຸ້ມຄອງລະຫວ່າງຂະແໜງການສາທາລະນະສຸກ ກັບ ຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການອື່ນ ລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ມີຄວາມຄົບຖ້ວນ, ຈະແຈ້ງ ແລະ ຊັດເຈນ ໂດຍສະເພາະການອະນຸຍາດໂຄສະນາ ແລະ ການດໍາເນີນທຸລະກິດກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າ; 2) ການກໍານົດອັດຕາການເກັບທີ່ບວກເພີ່ມຈາກອາກອນ ເພື່ອເປັນລາຍຮັບເຂົ້າກອງທຶນຄວບຄຸມເຄື່ອງທີ່ມີທາດເຫຼົ້າ ໃຫ້ມີຄວາມສອດຄ່ອງ ແລະ ເໝາະສົມ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດ; 3) ການຊື້ຂາຍຍ່ອຍ, ການໂຄສະນາ ແລະ ການອຸປະຖໍາ ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງນັ້ນ ເຫັນວ່າຍັງບໍ່ທັນເຂັ້ມງວດ; 4) ການກໍານົດປະລິມານເຄື່ອງດື່ມທີ່ມີທາດເຫຼົ້າໃນຮ່າງກາຍ; 5) ການປັບໃໝຜູ້ລະເມີດ.

(ອານຸສອນ ພູມມີທອນ)