ກວດກາເນື້ອໃນຮ່າງກົດໝາຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ກ.ຍ. 10, 2026

(ສພຊ) – ກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ໄດ້ຈັດຂຶ້ນລະຫວ່າງວັນທີ 9-10 ກັນຍາ 2026 ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ) ແລະ ທ່ານ ພົຕ. ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ); ມີບັນດາທ່ານຮອງປະທານກໍາມາທິການສະພາແຫ່ງຊາດ, ກໍາມະການປະຈໍາ ກໝຍທ, ຫົວໜ້າກົມ-ຮອງຫົວໜ້າກົມ, ຄະນະຮັບຜິດຊອບປັບປຸງກົດໝາຍ, ນາຍ ແລະ ພົນຕໍາຫຼວດ, ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ກົດໝາຍສະບັບນີ້ ປະເມີນຜົນການຈັດຕັ້ງປະຕິບັດມາແລ້ວ ແຕ່ຍັງມີບາງເນື້ອໃນທີ່ໄດ້ກຳນົດໄວ້ໃນບາງມາດຕາ ບໍ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ພົບຄວາມຫຍຸ້ງຍາກ; ບາງເນື້ອໃນບໍ່ທັນຈະແຈ້ງ ແລະ ຮັດກຸມ, ບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງ ປກສ, ແລະ ໃຫ້ສອດຄ່ອງກັບຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ທີ່ໄດ້ຜ່ານກອງປະຊຸມກວດກາເນື້ອໃນຮອບດ້ານ ໃນຄັ້ງວັນທີ 31 ສິງຫາ ຫາ 1 ກັນຍາຜ່ານມາ ເປັນຕົ້ນ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກໍາລັງ ປກສ ປະຊາຊົນ, ການປະຕິບັດນະໂຍບາຍຂອງນາຍ ແລະ ພົນຕຳຫຼວດ ທີ່ຈະຕ້ອງໄດ້ຮັບການແກ້ໄຂ. ການປັບປຸງເທື່ອນີ້ ເພື່ອແກ້ໄຂບາງບັນຫາທີ່ຍັງເຫັນວ່າຕ້ອງໄດ້ຄົ້ນຄວ້າພິຈາລະນາຕື່ມ ເປັນຕົ້ນ: ການປັບປຸງ ແລະ ກໍ່ສ້າງກໍາລັງ ປກສ ປະຊາຊົນ ໂດຍສະເພາະເຫຼົ່າວິຊາສະເພາະ ເຊິ່ງໄດ້ຄົ້ນຄວ້າຜັນຂະຫຍາຍແຍກລະອຽດອອກເປັນແຕ່ລະເຫຼົ່າວິຊາສະເພາະ ເພື່ອເປັນບ່ອນອີງໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ຮັບປະກັນການປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ລະບົບຂັ້ນ, ຊັ້ນ ແລະ ກຳນົດຕຳແໜ່ງບັນຊາຂອງນາຍຕໍາຫຼວດ ໃຫ້ເໝາະສົມ ແລະ ສອດຄ່ອງກັບຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ; ການປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນຕຳຫຼວດແຕ່ລະຊັ້ນ ມີລັກສະນະຊຸກຍູ້, ສົ່ງເສີມໃຫ້ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ເພື່ອຮັບໃຊ້ປະຊາຊົນ ແລະ ສັງຄົມມີຄວາມສະຫງົບປອດໄພ.
ໃນກອງປະຊຸມ, ທ່ານ ພົຕ. ຄອນສະຫວັນ ສົມພາໄຊ ໄດ້ລາຍງານກ່ຽວກັບເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ສຸມໃສ່ຄົ້ນຄວ້າ, ສົນທະນາແລກປ່ຽນ, ປະກອບຄຳເຫັນຢ່າງລະອຽດຮອບດ້ານໃນແຕ່ລະມາດຕາທີ່ມີການປັບປຸງ ແລະ ເພີ່ມໃໝ່ ເພື່ອຮັບປະກັນທາງດ້ານເນື້ອໃນໃຫ້ມີຄວາມຄົບຖ້ວນ ແລະ ຮັດກຸມ.