ກວດກາເນື້ອໃນຮ່າງກົດໝາຍການປົກປ້ອງເງິນຝາກ

ສ.ຫ. 31, 2026

(ສພຊ) – ກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-29 ສິງຫາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ມີທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ ພ້ອມດ້ວຍບັນດາທ່ານຮອງປະທານກໍາມາທິການສະພາແຫ່ງຊາດ, ຮອງຜູ້ວ່າການທະນາຄານແຫ່ງ ສປປລາວ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ຕະຫຼອດຮອດພະນັກງານ-ລັດຖະກອນຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມ ເນື່ອງຈາກເປັນການຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ເຊິ່ງໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແມ່ນອີງໃສ່ດໍາລັດວ່າດ້ວຍການປົກປ້ອງເງິນຝາກເທົ່ານັ້ນ ຈຶ່ງເຫັນວ່າຍັງມີຫຼາຍບັນຫາທີ່ເປັນຂໍ້ຈໍາກັດ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກ ໂດຍສະເພາະແມ່ນທີ່ຕັ້ງຂອງສໍານັກງານປົກປ້ອງເງິນຝາກ ຍັງມີລັກສະນະຄຸມເຄືອ ເຊິ່ງເຮັດໃຫ້ການເຄື່ອນໄຫວວຽກງານຂອງສໍານັກງານປົກປ້ອງເງິນຝາກ ຍັງບໍ່ທັນຄ່ອງຕົວ ແລະ ສັງຄົມກໍຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສະຖານະພາບ ແລະ ການເຄື່ອນໄຫວວຽກງານຂອງສໍານັກງານປົກປ້ອງເງິນຝາກ, ການໝູນໃຊ້ຫຼັກການສາກົນກ່ຽວກັບລະບົບປະກັນໄພເງິນຝາກທີ່ມີປະສິດທິຜົນ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຄົບຖ້ວນ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຍັງພົບຄວາມຫຍຸ້ງຍາກ, ທະນາຄານທຸລະກິດ ຍັງບໍ່ສາມາດປະຕິບັດດໍາລັດໄດ້ຢ່າງເຕັມສ່ວນ, ການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມຕໍ່ກັບວຽກງານປົກປ້ອງເງິນຝາກ ຍັງບໍ່ທັນຈັດຕັ້ງປະຕິບັດໄດ້ຢ່າງທົ່ວເຖິງ; ສະນັ້ນ, ກອງປະຊຸມຄັ້ງນີ້ ຈະໄດ້ຄົ້ນຄວ້າຢ່າງລະອຽດ, ຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍ ມີຄວາມຄົບຖ້ວນ, ຮັດກຸມ, ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ ແລະ ສາມາດແກ້ໄຂບັນຫາທີ່ເກີດຂຶ້ນໃນການຈັດຕັ້ງປະຕິບັດຕົວຈິງ.
ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນຕໍ່ເນື້ອໃນຮ່າງກົດໝາຍ ທີ່ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການຕົນ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດ.
ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້, ຄະນະຮັບຜິດຊອບຈະໄດ້ລາຍງານຜົນສໍາເລັດຂອງການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍສະບັບນີ້ຕໍ່ກອງປະຊຸມ ຄປຈສພຊ ປະຈໍາເດືອນກັນຍາ ກ່ອນນຳເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະຈັດຂຶ້ນໃນທ້າຍປີນີ້.
(ນາງ ອານິຕາ ມ່ວນສະຫວັດ)