
(ສພຊ) ໂດຍສືບຕໍ່ທິດຊີ້ນໍາຂອງກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອຮັບປະກັນໃຫ້ເນື້ອໃນການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ມີເນື້ອໃນຮັດກຸມ, ຄົບຖ້ວນ, ສົມບູນ, ມີປະສິດທິພາບ, ປະສິດທິຜົນ, ຖືກ ຕ້ອງຕາມຫລັກວິທະຍາສາດ ຂອງການສ້າງກົດໝາຍ, ສໍາເລັດຕາມແຜນການດຳເນີນງານຂອງຄະນະຮັບຜິດຊອບປັບປຸງກົດໝາຍ ແລະ ເປັນການກະກຽມຄວາມພ້ອມຮອບດ້ານ ກ່ອນນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX; ໃນວັນທີ 8 ພຶດສະພາ 2022 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ກໍາມາທິການຍຸຕິທໍາ (ກມຍທ) ສະພາແຫ່ງຊາດ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາສະພາແຫ່ງຊາດ; ມີບັນດາທ່ານຄະນະຮັບຜິດຊອບປັບປຸງກົດໝາຍ, ຮອງປະທານກໍາມາທິການ, ຮອງລັດຖະມົນຕີ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຄະນະບໍລິຫານງານສູນກາງກໍາມະບານລາວ, ສະຫະພັນນັກຮົບເກົ່າລາວ, ສະຫະພັນແມ່ຍິງ, ບັນດາທ່ານອະດີດການນໍາ ແລະ ອົງການຕ່າງໆອ້ອມຂ້າງສູນກາງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.


ກອງປະຊຸມ ໄດ້ຮັບຟັງການນໍາສະເໜີເນື້ອໃນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ; ຈາກນັ້ນ, ປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນໍາໃນການຄົ້ນຄວ້າ ແລະ ກວດກາເນື້ອໃນຮ່າງກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ; ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ແລະ ກວດກາເນື້ອໃນການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ (ພາກທີ I ແລະ ພາກທີ II); (ພາກທີ III ໝວດທີ 1, 2, 3 ແລະ 4) ແລະ (ພາກທີ IV, V, VI, VII ແລະ VIII).



ໃນພິທີ, ທ່ານ ຄໍາແພງ ວິລະພັນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ກວດກາເນື້ອໃນຕ່າງໆ ຢ່າງຮອບດ້ານ ໃຫ້ມີຄວາມເປັນເອກະພາບ ເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ມີເນື້ອຈະແຈ້ງ, ຮັດກຸມ ແລະ ແທດເໝາະກັບສະພາບຕົວຈິງຂອງການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ, ຮັບປະກັນໃຫ້ການກໍານົດພາລະບົດບາດ, ສິດ ແລະ ໜ້າທີ່ຂອງບັນດາອົງການ ທີ່ຮັບຜິດຊອບໃນການແກ້ໄຂຄໍາຮ້ອງທຸກ ມີຄວາມສອດຄ່ອງ, ບໍ່ເຮັດໜ້າທີ່ແທນກັນ ແລະ ບໍ່ກ້າວກ່າຍກັນ, ແນໃສ່ເຮັດໃຫ້ການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ມີຜົນສັກສິດ, ໂປ່ງໃສ ແລະ ຍຸຕິທໍາ ໃນສັງຄົມ ກອງປະຊຸມແມ່ນຈະພ້ອມກັນສຸມໃສ່ກວດກາເນື້ອໃນທັງໝົດ VIII ພາກ 53 ມາດຕາ ເຊິ່ງການຈັດຕັ້ງປະຕິບັດຂອງກອງປະຊຸມ ແມ່ນຈະປະກອບຄຳເຫັນໃສ່ແຕ່ລະມາດຕາເປັນການລະອຽດ; ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມ ຈົ່ງໄດ້ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າປະກອບຄໍາຄິດເຫັນຕໍ່ບັນດາເນື້ອໃນ ດ້ວຍຄວາມຮັບຜິດຊອບ ເພື່ອເຮັດໃຫ້ກົດໝາຍດັ່ງກ່າວ ມີເນື້ອໃນຄົບຖ້ວນ, ຮອບດ້ານ, ລະອຽດ, ຈະແຈ້ງ ແລະ ຖືກຕ້ອງກັບສະພາບຕົວຈິງ ຂອງການພັດທະນາເສດຖະກິດ-ສັງຄົມ ແລະ ການປົກຄອງໃນປັດຈຸບັນ ແລະ ອະນາຄົດ.
ກອງປະຊຸມດັ່ງກ່າວ, ໄດ້ຮັບການສະໜັບສະໜູນຈາກແຜນງານເຊກາ (CEGA) ແລະ ຈະດໍາເນີນໄປຈົນເຖິງວັນທີ 10 ພຶດສະພາ 2022 ຈຶ່ງຈະສໍາເລັດ.

(ພາບ ແລະ ຂ່າວ: ສຸພາວັນ ຫອມສະນິດ)