loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກວດການເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍຄວາມປອດໄພຈາກລັງສີ

ຕ.ລ. 15, 2018 | ຂ່າວກອງປະຊຸມ

(ສພຊ) ​ເພື່ອ​ເປັນ​ການກຽມຄວາມ​ພ້ອມ​ທາງ​ດ້ານ​ເນື້ອ​ໃນ​ຂອງ​ກົດໝາຍທີ່​ຈະ​ນໍາ​ເຂົ້າ​ພິຈາລະນາໃນ​ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII, ​ລະຫວ່າງ​ວັນ​ທີ 8-9 ຕຸລາ 2018, ທີ່ຫ້ອງປະຊຸມຄະນະເລຂາທິການສະພາ​ແຫ່ງ​ຊາດ (ຫລັກ 6) ນະຄອນຫລວງວຽງຈັນ, ສະພາ​ແຫ່ງ​ຊາດ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍຄວາມ​ປອດ​ໄພ​ຈາກ​ລັງສີ ໂດຍການເປັນປະທານຂອງທ່ານ ສົມ​ພັນ ​ແພງ​ຄໍາ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ; ເຂົ້າຮ່ວມມີບັນດາທ່ານປະທານ-ຮອງປະທານກໍາມາທິການທີ່​ກ່ຽວຂ້ອງ​ຂອງ​ສະພາ​ແຫ່ງ​ຊາດ, ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ, ພະນັກງານບໍານານ, ຜູ້ຕາງໜ້າຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ລັດຖະ ກອນທີ່ກ່ຽວຂ້ອງຈາກສະພາແຫ່ງຊາດ ແລະ  ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຈໍານວນໜຶ່ງ.

ກອງປະຊຸມຄັ້ງນີ້ ແມ່ນເພື່ອ​​ເປັນ​ການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍຄວາມ​ປອດ​ໄພ​ຈາກ​ລັງສີ ເຊິ່ງ​ເປັນ​ກົດໝາຍທີ່​ສ້າງ​ໃໝ່ ປະກອບມີ 12 ພາກ, 9 ໝວດ ແລະ 76 ມາດຕາ; ໃນນັ້ນ, ກອງ​ປະຊຸມ​ໄດ້​ສະ​ເໜີ​ໃຫ້​ເພີ່ມຕື່ມ 1 ມາດຕາ​ຄື: ມາດຕາ 16 ມາດຕະຖານ​ເຕັກນິກ​ຄວາມ​ປອດ​ໄພ​ຈາກການ​ນໍາ​ໃຊ້​ລັງສີ; ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ​ຍັງໄດ້ສຸມສະຕິປັນຍາເຂົ້າໃນການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຕໍ່ບັນດາມາດຕາ ເພື່ອເຮັດໃຫ້ເນື້ອໃນມີຄວາມຄົບ​ຖ້ວນ, ຮັດ​ກຸມ, ​ເຂົ້າ​ໃຈງ່າຍ ແລະ ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້ ພາຍຫລັງສໍາເລັດການກວດກາຮອບດ້ານແລ້ວ ຈະໄດ້ລາຍງານຕໍ່ກອງ​ປະຊຸມຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຕົກລົງນໍາເຂົ້າໃນວາລະກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ພິຈາລະນາຮັບຮອງເອົາ.