

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປັນການສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ ໃນໄລຍະຜ່ານມາ ແລະ ທິດທາງການແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ການສ້າງ ແລະ ປັບປຸງກົດໝາຍ ມີຄວາມເປັນລະບົບ, ສະດວກ, ວ່ອງໄວ, ເອກະພາບກັນ ແລະ ຮັບປະກັນທາງດ້ານເນື້ອໃນຂອງກົດໝາຍ.

ກອງປະຊຸມໄດ້ຮັບຟັງການນໍາສະເໜີຮ່າງບົດສະຫລຸບຕີລາຄາ ກ່ຽວກັບການຈັດຕັ້ງປະຕິບັດການສ້າງ ແລະ ປັບປຸງກົດໝາຍໃນໄລຍະຜ່ານມາ, ແຜນການສ້າງ ແລະ ປັບປຸງກົດໝາຍປີ 2022; ການສະຫລຸບຜັນຂະຫາຍກົດໝາຍເປັນນິຕິກໍາໃຕ້ກົດໝາຍ ຈາກຮອງປະທານກໍາມາທິການກົດໝາຍ ແລະ ປຶກສາຫາລື ກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025.

(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)