ກກໝ ຕິດຕາມກວດກາການໂຄສະນາເຜີຍແຜ່ກົດໝາຍຢູ່ແຂວງຄຳມ່ວນ

ກ.ພ. 18, 2025 | SlideMobile, ຂ່າວເດັ່ນ

(ສພຂ) – ວັນທີ 17 ກຸມພານີ້, ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ (ກກໝ) ພ້ອມດ້ວຍຄະນະທີ່ປະກອບດ້ວຍທ່ານຮອງປະທານກຳມາທິການ, ຫົວໜ້າກົມ ແລະ ພະ ນັກງານທີ່ກ່ຽວຂ້ອງຂອງ ກກໝ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານການໂຄສະນາເຜີຍແຜ່ກົດໝາຍຢູ່ແຂວງຄຳມ່ວນ ໂດຍໄດ້ເປີດກອງປະຊູມທີ່ສະພາປະຊາຊົນແຂວງ (ສພຂ); ເຂົ້າຮ່ວມມີທ່ານ ປອ. ແກ້ວອຸດອນ ບຸດສິງ ຂອນ ຮອງເຈົ້າແຂວງໆຄຳມ່ວນ, ບັນດາທ່ານຄະນະປະຈຳ ແລະ ຄະນະກຳມະການຂອງ ສພຂ, ປະທານແນວລາວສ້າງຊາດແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12, ຫົວໜ້າ/ຮອງຫົວໜ້າພະແນກການ ແລະ ອົງການຈັດຕັ້ງຂັ້ນແຂວງທີ່ກ່ຽວຂ້ອງ, ຄະນະກອງບັນຊາການ ປກຊ-ປກສ ພ້ອມດ້ວຍແຂກຖືກເຊີນ.
ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ກ່າວຕ້ອນຮັບ ແລະ ລາຍງານໂດຍສັງເຂບກ່ຽວກັບສະພາບທີ່ຕັ້ງ ແລະ ຈຸດພິເສດຂອງແຂວງ; ຈາກນັ້ນ, ທ່ານ ຄຳແພງ ວິລະພັນ ໃນນາມປະທານກອງປະຊຸມ ໄດ້ມີຄຳເຫັນເຈາະຈີ້ມ ທັງໃຫ້ທິດຊີ້ນຳຕໍ່ພາກສ່ວນທີ່ກ່ຽວຂ້ອງທີ່ຈະລາຍງານກ່ຽວກັບວຽກງານການໂຄສະນາເຜີຍແຜ່ກົດໝາຍ. ກອງປະຊຸມໄດ້ຮັບຟັງການລາຍງານຈາກ 9 ພາກສ່ວນຂອງແຂວງຄື: ພະແນກຍຸຕິທຳ, ພະແນກພາຍໃນ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກອງບັນຊາການປ້ອງກັນຄວາມສະຫງົບ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ເຊິ່ງຍົກໃຫ້ເຫັນດ້ານດີ ແລະ ຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ; ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອຊຸກຍູ້ວຽກງານໂຄສະນາເຜີຍແຜ່ກົດໝາຍ ໃຫ້ໄດ້ຮັບການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ເພື່ອສ້າງສະຕິເຄົາລົບປະຕິບັດກົດໝາຍ ແລະ ຫຼຸດຜ່ອນການລະ ເມີດກົດໝາຍ.
ທ່ານ ຄຳແພງ ວິລະພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ຕີລາຄາສູງຕໍ່ຜົນງານທີ່ບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງຍາດມາໄດ້; ພ້ອມດຽວກັນນັ້ນ, ກໍໄດ້ເນັ້ນຕື່ມບາງບັນຫາໃຫ້ເອົາໃຈໃສ່ດັ່ງນີ້:
1. ບັນດາພະແນກການ, ອົງການຂອງແຂວງຄຳມ່ວນ ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານການໂຄສະນາເຜີຍແຜ່ກົດໝາຍຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ທົ່ວເຖິງ;
2. ຄະນະພັກ, ຄະນະນຳຂອງແຂວງຄຳມ່ວນ ຄົ້ນຄວ້າພິຈາລະນາສະໜອງງົບປະມານ, ພາຫະນະ ແລະ ບຸກຄະລາກອນ ເພື່ອຊຸກຍູ້ເຮັດໃຫ້ວຽກງານໂຄສະນາເຜີຍແຜ່ກົດໝາຍມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ;
3. ອົງການປົກຄອງແຂວງ ສືບຕໍ່ຈັດຕັ້ງປະຕິບັດຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 01 /ຄປຈ, ລົງວັນທີ 3 ມັງກອນ 2024 ວ່າດ້ວຍການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ ແລ້ວລາຍງານໃຫ້ສາຍຕັ້ງຂອງຕົນ ເພື່ອສະຫຼຸບສັງລວມໃຫ້ລັດຖະບານລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX.
(ເອື້ອ ມະໂນສິງ)