loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສສຊ, ສສຂ ແລະ ອົງການປົກຄອງແຂວງຄໍາມ່ວນ ສືບຕໍ່ຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງກົໝາຍ ຈໍານວນ 11 ສະບັບ.

May 2, 2023 | ເຂດ 12 ຄຳມ່ວນ

ວັນທີ 2 ພຶດສະພາ 2023 ທີ່ສໍານັກງານສະພາປະຊາຊົນແຂວງຄໍາມ່ວນ ຕາມວາລະມື້ທີ່ສອງຂອງກອງປະຊຸມທາບທາມປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍ ຈໍານວນ 11 ສະບັບ, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການ ແລະ ແຂກຖືເຊີນເຂົ້າຮ່ວມ.

ວາລະມື້ທີສອງຂອງກອງປະຊຸມປະທານກອງປະຊຸມ ໄດ້ນໍາພາການທາບທາມ ແລະ ຜ່ານເນື້ອໃນຄໍາຖາມເຈາະຈີ້ມ ເພື່ອເປັນທິດໃນການປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການປົກຄອງ ສະບັບສ້າງໃໝ່ ແລະ ຮ່າງກົດໝາຍວ່າດ້ວຍການຈັດຫາງານ ສະບັບສ້າງໃໝ່, ຈາກນັ້ນບັນດາທ່ານຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າປະກອບຄໍາເຫັນໃສ່ເນື້ອໃນກົດໝາຍດັ່ງກ່າວໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ.

ກອງປະຊຸມທາບທາມຮ່າງກົດໝາຍ ຈໍານວນ 11 ສະບັບປະກອບມີ ຮ່າງກົດໝາຍສ້າງໃໝ່ ຈໍານວນ 5 ສະບັບ, ຮ່າງກົດໝາຍສະບັບປັບປຸງ  ຈໍານວນ 6 ສະບັບ ຄື:

  1. ຮ່າງກົດໝາຍວ່າດ້ວຍ ການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່);
  2. ຮ່າງກົດໝາຍວ່າດ້ວຍ ການປົກຄອງ (ສ້າງໃໝ່);
  3. ຮ່າງກົດໝາຍວ່າດ້ວຍ ການຈັດຫາງານ (ສ້າງໃໝ່);
  4. ຮ່າງກົດໝາຍວ່າດ້ວຍ ອາກອນທີ່ດິນ (ສ້າງໃໝ່);
  5. ຮ່າງກົດໝາຍວ່າດ້ວຍ ສາທາລະນະສຸກ (ສ້າງໃໝ່);
  6. ຮ່າງກົດໝາຍວ່າດ້ວຍ ການຈັດພິມຈໍາໜ່າຍ (ປັບປຸງ);
  7. ຮ່າງກົດໝາຍວ່າດ້ວຍ ສັດນໍ້າ ແລະ ການປະມົງ (ປັບປຸງ);
  8. ຮ່າງກົດໝາຍວ່າດ້ວຍ ສັດປ່າ (ປັບປຸງ);
  9. ຮ່າງກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ປັບປຸງ);
  10. ຮ່າງກົດໝາຍວ່າດ້ວຍ ທະນາຄານທຸລະກິດ (ປັບປຸງ);
  11. ຮ່າງກົດໝາຍວ່າດ້ວຍ ສານທະຫານ (ປັບປຸງ).

ກອງປະຊຸມນີ້ຈະດໍາເນີນເປັນເວລາ 4 ວັນ ຄື: ວັນທີ 1 – 4 ພຶດສະພາ 2023 ຈຶ່ງຈະສໍາເລັດ.

ໂດຍ: ເອື້ອ ມະໂນສິງ.